ຮອງປະທານສະພາແຫ່ງຊາດ ຕ້ອນຮັບ ລັດຖະມົນຕີກະຊວງການຟື້ນຟູໄພພິບັດຍີ່ປຸ່ນ

35

ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຊຶຈິຢະ ຊິນະໂກະ (TSUCHIYA Shinako) ລັດຖະມົນຕີກະຊວງການຟື້ນຟູໄພພິບັດຍີ່ປູ່ນ, ປະທານຄະນະມິດຕະ ພາບລັດຖະສະພາ ຍີ່ປຸ່ນ-ລາວ ພ້ອມຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 11 ມັງກອນ 2024 ທີ່ສະພາແຫ່ງຊາດ.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາ ຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຂອງທ່ານ ນາງ ຊຶຈິຢະ ຊິນະໂກະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະ ລະຫວ່າງສອງອົງການນິຕິບັນຍັດ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມເຫັນໃຈຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນເຫດການແຜ່ນດິນໄຫວຢູ່ປະເທດຍີ່ປຸ່ນ ໃນຕົ້ນເດືອນມັງກອນທີ່ຜ່ານມາ, ອັນໄດ້ກໍໃຫ້ເກີດຄວາມເສຍຫາຍແກ່ຊີວິດ ແລະ ຊັບສິນຢ່າງຫລວງຫລາຍ ແລະ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງລັດຖະບານຍີ່ປຸ່ນ, ປະຊາຊົນຍີ່ປຸ່ນ ຈະສາມາດຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້ ແລະ ຟື້ນຟູຊິວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ.

ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໂດຍສະເພາະລະຫວ່າງສອງອົງການນິຕິບັນຍັດ ແລະ ຊົມເຊີຍຜົນການພົບປະລະຫວ່າງສອງຄະນະມິດຕະພາບລັດຖະສະພາ ລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ໃນຄັ້ງນີ້. ລວມທັງການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ຍີ່ປຸ່ນ ໃນໄລຍະຜ່ານມາ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນເປັນປົກກະຕິ. ພ້ອມນັ້ນ, ທ່ານຍັງໄດ້ແຈ້ງສະພາບການກ່ຽວກັບ ສປປ ລາວ, ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ແລະ ແຈ້ງໃຫ້ຮັບຊາບໃນປີ 2024 ສປປ ລາວ ຈະເປັນປະທານອາຊຽນ, ສະພາແຫ່ງຊາດລາວ ກໍຈະເປັນປະທານໄອປາ ແລະ ອວຍພອນໄຊໃຫ້ທ່ານ ນາງ ຊຶຈິຢະ ຊິນະໂກະ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການຢ້ຽມຢາມ ສປປ ລາວ ຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ພ້ອມນີ້, ທ່ານ ນາງ ຊຶຈິຢະ ຊິນະໂກະ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມແຈ້ງໃຫ້ຊາບໃນການມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ ໃນເທື່ອນີ້ ແລະ ຜົນສຳເລັດໃນການພົບປະເຮັດວຽກກັບຄະນະມິດຕະພາບລັດຖະສະພາ ຍີ່ປຸ່ນ-ລາວ, ລາວ-ຍີ່ປຸ່ນ ພ້ອມໃຫ້ຄຳໝັ້ນວ່າ: ຈະສືບຕໍ່ຊຸກຍູ້ສົ່ງເສີມໃຫ້ການຊ່ວຍເຫລືອ ສປປ ລາວ ໃນການເປັນປະທານອາຊຽນ ແລະ ປະ ທານ ໄອປາ ກໍຄື ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ອວຍພອນໃຫ້ສາຍພົວ ພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ແລະ ການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໄປ.
ຂ່າວ-ພາບ: ສພຊ