ໄອໂລ ຄາດປີນີ້ ອັດຕາ ວ່າງງານຈະເພີ່ມຂຶ້ນ ໂດຍສະເພາະໃນຊາດພັດທະນາແລ້ວ

35

ໄອໂລ ຄາດຄະເນວ່າ ອັດຕາຄົນຫວ່າງງານທົ່ວໂລກໃນປີນີ້ ຈະກັບມາເພີ່ມຂຶ້ນອີກຄັ້ງສູ່ລະດັບ 5,2% ຫຼັງຈາກຫາກໍຫຼຸດລົງໃນປີ 2023, ໂດຍຊີ້ວ່າ ກຸ່ມປະເທດທີ່ພັດທະນາແລ້ວຈະມີການຕົກວຽກຫຼາຍທີ່ສຸດ.

อาจเป็นรูปภาพของ 2 คน

ອົງການແຮງງານສາກົນ ຫລື ໄອໂລ(ILO) ໄດ້ເປີດເຜີຍລາຍງານການຄາດຄະເນຫຼ້າສຸດຂອງຕົນວ່າ: ອັດຕາການຫວ່າງງານຂອງໂລກໃນປີ 2024 ຈະເພີ່ມຂຶ້ນອີກ ເພີ່ມຂຶ້ນເປັນ 5,2% ຈາກ 5,1% ໃນປີກາຍ ຫຼື ເພີ່ມຂຶ້ນປະມານ 2 ລ້ານຄົນ. ປັດໄຈຕົ້ນຕໍແມ່ນການຫວ່າງງານທີ່ຄາດວ່າຈະເພີ່ມຂຶ້ນໃນປະເທດທີ່ພັດທະນາແລ້ວ ແລະ ການເຕີບໂຕທາງເສດຖະກິດໃນທົ່ວໂລກທີ່ຊ້າລົງ.

ພວກເຮົາກໍາລັງຄາດຄະເນເຖິງຕະຫຼາດແຮງງານທີ່ຮ້າຍແຮງກວ່າເກົ່າເລັກນ້ອຍ. ນີ້ແມ່ນສ່ວນໜຶ່ງຍ້ອນການເຕີບໂຕຂອງເສດຖະກິດໂລກທີ່ຊ້າລົງ,” ທ່ານຣິຊາດ ຊາແມນ ຜູ້ອໍານວຍການຄົ້ນຄວ້າຂອງ ILO ກ່າວ.

ສຳລັບບັນດາປະເທດທີ່ມີລາຍໄດ້ປານກາງຂ້ອນຂ້າງໄປທາງສູງ ການຈ້າງງານຈະເພີ່ມຂຶ້ນພຽງໜ້ອຍດຽວໃນສອງປີຂ້າງຫນ້າ, ແຕ່ວ່າໃນປະເທດທີ່ມີລາຍໄດ້ຕ່ໍາ ແລະ ລາຍໄດ້ປານກາງຂ້ອນຂ້າງໄປທາງຕ່ໍາ ການຈ້າງງານຈະເຕີບໂຕຢ່າງເຂັ້ມແຂງຫຼາຍກວ່າ ແລະສິ່ງທີ່ເປັນຄວາມກັງວົນທີ່ສຸດແມ່ນ ກຸ່ມປະເທດທີ່ມີລາຍໄດ້ສູງ ຫຼື ປະເທດທີ່ພັດທະນາແລ້ວ ຊຶ່ງຈະມີອັດຕາການຫວ່າງງານທີ່ສູງຂຶ້ນ.