ໄດ້ແລ້ວຜູ້ຄອງມົງກຸດ ນາງສາວເຜົ່າມົ້ງລາວ ປະຈຳປີ 2024 ນ້ອງ ຊົວຈົວ ທ່າວ

98

ໃນທີ່ສຸດກໍໄດ້ແລ້ວ ຜູ້ຄອງມົງກຸດນາງສາວເຜົ່າມົ້ງລາວ2024 ເຊິ່ງຈັດການປະກວດໃນຄໍ່າຄືນຂອງວັນທີ10ມັງກອນນີ້ ແລະ ກໍໄດ້ສາວງາມສຸດໜ້າຮັກຜູ້ຄອງມົງກຸດຂອງເວທີດັ່ງກ່າວນັ້ນກໍຄື ນາງ ຊົວຈົວ ທ່າວ Miss Hmong Laos 2024 ມາຈາກ ບ້ານນໍ້າງາດ ເມືອງວັງວຽງ, ແຂວງ ວຽງຈັນ ໝາຍເລກ M10ນັ້ນເອງ ໄດ້ຮັບມົງກຸດເພັດ ພ້ອມສາຍສະພາຍໄປຄອງຢ່າງສົມກຽດ ສົມກັບແຮງເຊຍແຮງໃຈກັນເລີຍ.

อาจเป็นรูปภาพของ 7 คน และ ข้อความ

ຮອງຊະນະເລີດອັນດັບ1 ໄດ້ແກ່ M08 ນາງ ອີຢາ ວ່າງ ຕົວແທນຈາກແຂວງຊຽງຂວາງ.

ຮອງຊະນະເລີດອັນດັບ2 ໄດ້ແກ່ M17 ນາງ ປາເດີ້ລໍ່ ໂຊ້ຕູ້ກີ ຕົວແທນຈາກແຂວງໄຊສົມບູນ.

ຮອງຊະນະເລີດອັນດັບທີ3 ໝາຍເລກ M13 ນາງ ໄມຊີ ຟາສືວື່ ຕົວແທນຈາກແຂວງວຽງຈັນ.

ຮອງຊະນະເລີດອັນດັບ4 ເປັນຂອງໝາຍເລກ M1 ນາງ ປາເຕັ່ງ ຕົວແທນຈາກແຂວງຫົວພັນ.

อาจเป็นรูปภาพของ 5 คน และ ข้อความ

ສາມາດໄປຕິດຕາມການອັບເດດຜົນງານ ແລະ ບັນຍາກາດຂອງງານໄດ້ທາງເພຈ Miss Hmong Laos Hmong Laos New Year ແລະເຊີນຮ່ວມທ່ຽວຊົມປະເພນີ້ ກິດຈະກຳຕ່າງໆໄດ້ທີ່ ບຸນນໍ່ເປ່ເຈົ່າ (ບຸນກິນຈຽງ) ຂອງຊົນເຜົ່າມົ້ງລາວ ປະຈຳປີ 2024 ນີ້ ທີ່ ສະໜາມກິລາພື້ນເມືອງ ລາວສຳພັນນາໆຊາດ ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

อาจเป็นรูปภาพของ 6 คน และ ข้อความ

ສໍາລັບກິດຈະກຳ ກຽມ ຄວາມພ້ອມພາຍໃນງານ ຈັດງານບຸນກິນຈຽງກໍມີຫຼາກຫຼາຍໃຫ້ໄດ້ຊົມກັນ ບໍ່ວ່າຈະເປັນ ໂຍນໝາກຄອນຂອງໜຸ່ມສາວ, ເຕະບານຊາວໜຸ່ມ, ບູ໊ດວາງສະແດງສິນຄ້າຜະລິດຕະພັນພື້ນເມືອງລາວ, ຍິງໜ້າເກັກ, ໝາກຂ່າງ,ງານຄອນເສີດມືອາຊີບຊົນເຜົ່າມົ້ງ, ການສະແດງກາຍະສິນແຫ່ງຊາດ ແລະ ອີກຫຼາກຫຼາຍກິດຈະກຳ.

ໃນວັນທີ 14ມັງກອນ 2024ແມ່ນພິທີ ປິດງານບຸນກິນຈຽງ ປະຈໍາປີ 2024ນັ້ນເອງ ສະນັ້ນ, ເຊີນຊວນທຸກຄົນໄປຮ່ວມງານກັນເດີ ຮັບຮອງຈະໄດ້ສີສັນ ບັນຍາກາດທີ່ແປກໃໝ່ແນ່ນອນ.