ງານວ່າປັງແລ້ວ! ການແບ່ງປັນນໍ້າໃຈກໍບໍ່ໜ້ອຍໜ້າ ສາວນ້ອຍ ລີດຊີແຊັດ

57

ເວົ້າເຖິງສາວນ້ອຍມາກ ຄວາມສາມາດ ແນ່ນອນວ່າຕ້ອງນຶກເຖິງສາວນ້ອຍຄົນນີ້ ນາງລີດຊີ ແຊັດ (LizzyZ) ຫຼື ອາລິດສະເບດ ໂຟກາດ Elizabeth Folkard ສິລະປິນນັກຮ້ອງ ແລະຍັງມີຜົນງານເດີນແບບຖ່າຍແບບຕ່າງໆມາໃຫ້ໄດ້ເຫັນຢ່າງເປັນປະຈໍາເລີຍ ເຊິ່ງນ້ອງຄົນນີ້ແມ່ນເຈົ້າຂອງຜົນງານເພງ The Way That I Am ນັ້ນເອງ ແລະ ຫຼ້າສຸດນີ້ຕັ້ງຕາຖ້າກັນເລີຍເມື່ອຈະປ່ອຍຜົນງານການເດີນແບບແຟຊັນສຸດຍິ່ງໃຫຍ່ແຫ່ງປີ ໃນເດືອນກຸມພາທີ່ຈະມາເຖິງນີ້.

อาจเป็นรูปภาพของ 3 คน

ຫຼ້າສຸດ ນ້ອງຄົນເກັ່ງ ລີດຊີແຊັດ ສິລະປີນສາວນ້ອຍສຸດໜ້າຮັກນ້ຳໃຈງາມ ພ້ອມດ້ວຍຄອບຄົວ ກໍໄດ້ໄປແບ່ງປັນນໍ້າໃຈໃນການມອບອາຫານ, ເຂົ້າໜົມ, ເຄື່ອງນຸ່ງຫົ່ມໃຫ້ກັບນ້ອງໆ ຜູ້ເຂົ້າຮັບການຜ່າຕັດປາກແວ່ງ – ສົບແວ່ງ ຢູ່ໂຮງໝໍມະໂຫສົດນັ້ນເອງ ຖືເປັນອີກໜຶ່ງກິດຈະກຳຄວາມຮັກແພງທີ່ມອບໃຫ້ນ້ອງໆທີ່ເຂົ້າຮັບການຜ່າຕັດໃນຄັ້ງນີ້.

อาจเป็นรูปภาพของ 12 คน

ງານນີ້ກໍຖືເປັນປີທີສອງຂອງ ລີດຊີ ແຊັດ ທີ່ໄດ້ເຂົ້າມາປະກອບສ່ວນມອບສິ່ງເລັກໆນ້ອຍໆໃຫ້ກັບນ້ອງໆ ແລະ ຄອບຄົວ ເພື່ອສົ່ງຕໍ່ຄວາມຮັກແພງ ເພື່ອຢາກຈະໃຫ້ເຂົາເຈົ້າໄດ້ຮັບຮອຍຍິ້ມ ສິ່ງຂອງທີ່ສະແດງເຖິງຄວາມຮັກແພງຄວາມໂອບເອື້ອອາລີທີ່ມອບໃຫ້ກັນ ແລະ ກັນອີກດ້ວຍ.

อาจเป็นรูปภาพของ 11 คน, ผู้คนกำลังยิ้ม, ผ้าอุ้มเด็ก, โรงพยาบาล และ สำนักงาน

ທີ່ສໍາຄັນໃນມື້ນີ້ ພາມາສ່ອງສາວນ້ອຍ Lizzyz Lao ຖ່າຍແບບໂປໂໝດງານ ແຟຊັນແຫ່ງປີ ງາມແບບຕ້ອງຕາຕ້ອງໃຈອີຫຼີແທ້ໆ ເຖິງຈະມາໃນລຸກໃດ ສິລະປິນສາວນ້ອຍຄົນງາມ ໃນນາມແບຣນ Ambassodor ຂອງງານ ກັບຜົນງານຖ່າຍແບບໂປໂໝດງານແຟຊັນ ຕ້ອນຮັບ ວັນວາເລັນທາຍ ກັບງານ Z Fashion Show “Valentine’s Day ” ງານນີ້ຈັດເຕັມຂົນນາງງາມນາງແບບມາປະຊັນຮ່ວມງານແບບຈັດເຕັມ ແບບລັນເວຕ້ອງລຸກເປັນໄຟແນ່ນອນ ສົມກັບທີ່ເປັນງານເປີດສາກປີ 2024 ຂອງວົງການແຟຊັນລາວແທ້ໆ ຖ້າຕິດຕາມໄປນໍາກັນ 10 ກຸມພານີ້.