ສຕລ ວາງແຜນຈັດລາວລີກ 2024-2025 ແບບຂ້າມປີເລີ່ມເດືອນກັນຍາ ເພີ່ມເງິນລາງວັນເປັນ 400 ລ້ານກີບ

2770

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ວາງແຜນຈັດການແຂ່ງຂັນລີກສູງສຸດຂອງ ສປປ ລາວ ຫຼື ເປບຊີ ລາວລີກ 1 ລະດູການ 2024-2025 ແບບຂ້າມປີ ກ້າວເຂົ້າສູ່ລີກອາຊີບຂຶ້ນອີກຄັ້ງ ໂດຍຈະເລີ່ມແຂ່ງຂັນແຕ່ເດືອນກັນຍາ 2024 ໄປຈົນເຖິງເດືອນເມສາ 2025 ພິເສດຍັງເພີ່ມເງິນລາງວັນຈາກ 300 ລ້ານກີບຂຶ້ນໄປເປັນ 400 ລ້ານກີບສໍາລັບທີມແຊັມ.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວລາຍງານ ກອງປະຊຸມສະໄໝສາມັນຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນທ້າຍປີ 2023 ວ່າ: ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ລະດູການ 2024-2025 ແມ່ນຈະກໍານົດ 10 ທີມເຂົ້າຮ່ວມຊີງໄຊແບ່ງເປັນ 8 ທີມທີ່ຮ່ວມຊີງໄຊໃນປີ 2023 ແລະ ອີກ 2 ທີມນ້ອງໃໝ່ແມ່ນຄັດເອົາ 2 ທີມນ້ອງໃໝ່ທີ່ເປັນແຊັມລາວລີກ 2 ໃນປີ 2023 ທີ່ຜ່ານມາດຕະຖານເລື່ອນຊັ້ນໄດ້ ກໍລະນີມີທີມສາມາດເລື່ອນຊັ້ນໄດ້ຫຼາຍກວ່າ 2 ທີມແມ່ນຈະມີການແຂ່ງຂັນຄັດເລືອກ ແນ່ນອນຈະມີການຕົກຊັ້ນ 2 ສະໂມສອນກໍຄື ອັນດັບທີ 9 ກັບ 10.

ຮູບແບບການແຂ່ງຂັນແຂ່ງພົບກັນໝົດ 2 ຮອບ ( ຮອບຂາໄປ ແລະ ຮອບຂາກັບ ), ແຂ່ງ 18 ອາທິດ, 5 ນັດຕໍ່ອາທິດ, ນັດແຂ່ງຂັນທັງໝົດ 90 ນັດ ( ແຕ່ລະສະໂມສອນແຂ່ງຂັນ 18 ນັດ ) ໂດຍໃຊ້ໄລຍະເວລາແຂ່ງຂັນ 8 ເດືອນຄື: ເດືອນ 9, 10, 11 ແລະ 12 ປີ 2024 ກັບເດືອນ 1, 2, 3 ແລະ 4 ປີ 2025.

ຂະນະທີ່ ເງິນລາງວັນສໍາລັບທີມແຊັມຈະໄດ້ເພີ່ມຈາກ 300 ລ້ານໃນປີ 2023 ເພີິ່ມເປັນ 400 ລ້ານກີບ ໃນປີ 2024-2025, ອັນດັບ 2 ເພີ່ມຈາກ 150 ລ້ານກີບຂຶ້ນເປັນ 200 ລ້ານກີບ, ອັນດັບ 3 ເພີ່ມຈາກ 80 ລ້ານກີບຂຶ້ນເປັນ 100 ລ້ານກີບ ແລະ ອັນດັບ 4 ໄດ້ເພີ່ມຈາກ 40 ລ້ານກີບຂຶ້ນເປັນ 50 ລ້ານກີບ.
ຂ່າວ-ຮູບ: Larh Creators