ແຟຊັນໃຫຍ່ແຫ່ງປີ Valentine’s runway will have a very special show of secret outfits!

143

ງານນີ້ຂ່າວບັນເທີງຂໍບອກເລີຍວ່າ ເປັນອີກໜຶ່ງງານແຟຊັ່ນຍິ່ງໃຫຍ່ແຫ່ງປີ ແລະ ໜ້າຈັບຕາເປັນທີ່ສຸດ ເພາະງານນີ້ໄດ້ຮວບຮ່ວມເອົາຫ້ອງເສື້ອຫຼາຍໆແບຣນມາເດີນຮ່ວມກັນປະຊັນ ຜົນງານງານການອອກແບບໄປເລີຍ ໜ້າຈັບໃຈສຸດວ່າຈະມີແຟຊັນຫຍັງມາໃຫ້ໄດ້ຕື່ນຕາຕື່ນໃຈ ກັບງານເດີນແບບແຟຊັ້ນ Valentine’s runway will have a very special show of secret outfits! ໃນວັນທີ 10 ກຸມພາ 2024 ເຊິ່ງຈະໄດ້ຈັດງານຍິ່ງໃຫຍ່ຂຶ້ນທີ່ຮ້ານ ຄ່າເຟ ເເບັກຍາດນັ້ນເອງ.

อาจเป็นลายเส้นรูป ข้อความ

ທາງດ້ານແບຣນເສື້ອຜ້າທີ່ຈະໄດ້ເຂົ້າຮ່ວມກໍເປີດເຜີຍຮູບໂສມກັນອອກມາກ່ອນໝູ່ແລ້ວ ສຳລັບນາງແບບຂອງແບຣນເສື້ອຜ້າດັງລະດັບຕົ້ນໆຂອງປະເທດ ກັບ ແບຣນທາເວດ ຂອງອ້າຍບອຍ ຄົນເກັ່ງຂອງພວກເຮົາ ທີ່ຈະເຂົ້າຮ່ວມໃນງານເດີນແບບໂປຣເຈັກໃຫຍ່ຂອງຕົ້ນປີ 2024 ນີ້ບອກເລີຍຕື່ນຕາຕື່ນໃຈຢ່າງແນ່ນອນ.

ພ້ອມນີ້ກໍຍັງມີ SAIYMAI ສາຍໄໝ ເປັນອີກໜຶ່ງແບຣນ ແລະ ໜຶ່ງໃນ 5 ດີໄຊເນີ້ ທີ່ເຂົ້າຮ່ວມງານເດີນແບບວັນວາເລັນທາຍ ລັນເວ 2024 ແນ່ນອນວ່າລະດັບ ສາຍໄຫມ ຕ້ອງຈັດເຕັມບໍ່ທຳມະດາຢູ່ແລ້ວຢ່າງແນ່ນອນ ເພາະຕ້ອງມີແຕ່ຕົວທ໋ອບຂອງເຈົ້າແມ່ນາງແບບເບີຕົ້ນໆຂອງລາວແນ່ນອນ ທີ່ຂົນມາປະຊັນໃນເວທີແລກແຮກໝານຂອງປີຢູ່ແລ້ວ ເຊິ່ງກໍ່ໄດ້ເຜີຍໂສມໜ້າຕາຂອງນາງແບບທັງ 11 ຄົນອອກມາເປັນທີ່ຮຽບຮ້ອຍ ງານນີ້ລັນເວຕ້ອງລຸກເປັນໄຟຢ່າງແນ່ນອນ.

อาจเป็นรูปภาพของ ข้อความ

ຍັງບໍພໍເທົ່ານັ້ນ 12 ນາງແບບ ຂອງ KHAMPOUN ດີກີບໍ່ທຳມະດາ ປາໂທ່…ຄືວ່າຈະເຮັດໃຫ້ລັນເວລຸກຮ້ອນເປັນໄຟຕັ້ງແຕ່ຕົ້ນປີແທ້ ເຊິ່ງບັນດາດີໄຊເນີ້ທີ່ເຂົ້າຮ່ວມໂປເຈັກໃຫຍ່ນີ້ ຕ່າງກໍໄດ້ຂົນທັບນາງແບບມາປະຊັນກັນແບບຄົບທຸກສາຍກັນເລີຍ ບໍ່ວ່າຈະເປັນນາງແບບມືອາຊີບ ນາງງາມຈາກເວທີຕ່າງໆທີ່ວາງມົງກຸດມາໃສ່ຊຸດເດີນແບບ ຫຼ້າສຸດດີໄຊເນີ້ ທີ່ມີຊື່ສຽງໃນວົງການແຟຊັນອ້າຍ ຄໍາປຸນ ກໍໄດ້ເປີດໂຕນາງແບບ 12 ນາງແບບອອກມາໃຫ້ເຫັນ ເບິ່ງຜູ້ໃດດີກີບໍ່ທຳມະດາຜ່ານມາຫຼາຍເວທີອີກດ້ວຍ.

อาจเป็นรูปภาพของ 16 คน และ ข้อความพูดว่า "000 ANIVONE MODERN & VARIOUS"

ແລະ ANIVONE ອານີວອນ ເປັນອີກແບຣນເສື້ອໜຶ່ງ ທີເປີດເຜີຍຮູບໂສມນາງແບບ ທັງ 11 ຄົນ ອອກມາແລ້ວ ສຳລັບແບຣນເສື້ອຜ້າດັງລະດັບຕົ້ນໆຂອງປະເທດ ກັບ ແບຣນ ອານີວອນ ຂອງເອື້ອຍອານີວອນ ທີ່ຈະເຂົ້າຮ່ວມໃນງານເດີນແບບໂປຣເຈັກໃຫຍ່ ຂອງຕົ້ນປີ 2024 ສຳລັບງານເດີນແບບແຟຊັນ ວັນວາເລັນທາຍ ລັນເວ ນີ້ ໄດ້ຮວບຮວມເອົາດີໄຊເນີສີມືດີເຖິງ 5 ທ່ານມາຮ່ວມງານ ແລະ ໃຊ້ນາງແບບເກືອບ 60 ຊີວິດມາຮ່ວມປະຊັນເດີນເທິງລັນເວ ງານນີ້ມີ ຄວາມຄືບໜ້າແນວໃດຂ່າວບັນເທີງຈະເກັບພາບມາຝາກຢ່າງແນ່ນອນ.

ງານນີ້ງານໃຫຍ່ຕົ້ນປີ ເລີ່ມຕົ້ນດ້ວຍງານແຟຊັນໂຊທີ່ຮວບຮວມດ້ວຍຄວາມຮັກແພງຂອງທຸກຝ່າຍ ຈຶ່ງກໍ່ເກີດງານ Z FASHION SHOW 2024 ” VALENTINE’S DAY “. ໄດ້ສາວນ້ອຍສຸດງາມໜ້າຮັກຄົນເກັ່ງ ອາລີດສະເບດໂຟກາດ ຫລື ລີຊີ່ ແຊັດ Lizzyz Lao ຊື້ນແທ່ນເປັນນາງແບບ ເປັນແບຣນ Ambassador ຂອງງານໃນຄັ້ງນີ້ ເຊິ່ງຕອນນີ້ຂຶ້ນບິວບອດ ໂປໂຫມດງານຢ່າງຍິ່ງໃຫຍ່ແລ້ວ ພ້ອມຍົກທັບ ບັນດາດົນດັງ ນາງງາມນາງແບບນັກສະແດງດາຣາໃນວົງການມາຮ່ວມງານໃນຄັ້ງນີ້ຢ່າງຄັບຄາໜາແໜ້ນ ພົບກັນວັນທີ 10 ກຸມພາ ປີ 2024 ນີ້.