ໜີ້ສິນອາເມຣິກາ ສ້າງສະຖິຕິສູງສຸດຮອບໃໝ່

29

ຕາມຂ່າວຈາກ ຊີອາໄອໃຫ້ຮູ້ວ່າ: ກະຊວງການເງິນອາເມຣິກາ ເປີດເຜີຍເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ມາຮອດວັນທີ 2 ມັງກອນ 2024 ຍອດມູນຄ່າໜີ້ສິນສາທາລະນະຂອງລັດຖະບານອາເມຣິກາໄດ້ບັນລຸ 34.000 ຕື້ໂດລາສະຫະລັດເປັນຄັ້ງທຳອິດ ເຊິ່ງມັນໄດ້ເກີດຂຶ້ນກ່ອນ 5 ປີ ທີ່ລັດຖະສະພາອາເມຣິກາຄາດຄະເນໄວ້.

อาจเป็นรูปภาพของ เงิน และ ข้อความ

ອີງຕາມສະຖິຕິຈາກກົມຄົ້ນຄວ້າຂອງລັດຖະສະພາອາເມຣິກາສະແດງໃຫ້ເຫັນວ່າ: ນັບແຕ່ສົງຄາມໂລກຄັ້ງທີ 2 ສິ້ນສຸດລົງເປັນຕົ້ນມາ, ລັດຖະສະພາອາເມຣິກາໄດ້ປັບຂຶ້ນເພດານໜີ້ສິນຫຼາຍກວ່າ 100 ເທື່ອ ເພື່ອປ້ອງກັນບໍ່ໃຫ້ລັດຖະບານປິດການເຮັດວຽກຍ້ອນໃຊ້ໜີ້ບໍ່ໄດ້ ເຊິ່ງບໍ່ພຽງແຕ່ໄດ້ສ້າງຄວາມວຸ້ນວາຍປັ່ນປ່ວນຢ່າງໜັກໜ່ວງໃຫ້ກັບຕະຫຼາດເທົ່ານັ້ນ, ຍັງໄດ້ເຮັດໃຫ້ວົງການຕ່າງໆເກີດມີຄວາມສົງໄສຕໍ່ຄວາມສາມາດໃນລະບົບການໃຊ້ໜີ້ຂອງລັດຖະບານອາເມຣິການຳອີກ.

ສະນັ້ນ, ອົງການ Fitch ທີ່ເປັນອົງການປະເມີນລະດັບສິນເຊື່ອສາກົນ ໄດ້ປັບຫຼຸດລະດັບຄວາມໜ້າເຊື່ອຖືຂອງໜີ້ສິນຂອງລັດຖະບານອາເມຣິກາ.

ເມື່ອເບິ່ງຈາກແງ່ມູມສາກົນແລ້ວ, ຍ້ອນວ່າໂດລາສະຫະລັດເປັນເງິນຕາສະສົມ ແລະ ເງິນຕາຊຳລະທີ່ສຳຄັນທີ່ສຸດໃນທົ່ວໂລກ, ຮູບແບບ “ຕິດໜີ້ຫຼາຍເກີນໄປ ແລະ ບໍ່ມີການຈຳກັດ” ຂອງອາເມຣິກາ ຈະເຮັດໃຫ້ຕະຫຼາດການເງິນສາກົນເກີດມີຄວາມປັ່ນປ່ວນ ແລະ ສ້າງຜົນກະທົບໃຫ້ກັບເສດຖະກິດທົ່ວໂລກຢ່າງໜັກໜ່ວງ.

ທ່ານນາງເຈເນັດ ເຢເລນ ລັດຖະມົນຕີກະຊວງການເງິນອາເມຣິກາເຄີຍເຕືອນວ່າ: ຖ້າອາເມຣິກາລະເມີດສັນຍາໃນການຊຳລະໜີ້ສິນ ຈະເຮັດໃຫ້ເກີດຜົນຢ້ອນຫຼັງຢ່າງໜັກໜ່ວງ, ເສດຖະກິດອາເມຣິກາ ແລະ ເສດຖະກິດໂລກຕ່າງກໍຈະປະສົບຜົນເສຍຫາຍຢ່າງຮ້າຍແຮງ.