ເປີດສາກການແຂ່ງຂັນບານເຕະ ຊີງຂັນລັດຖະມົນຕີກະຊວງປ້ອງກັນປະເທດ, ກົມ 213 ມາແຮງຊະນະ 2 ນັດລວດ

54

ການແຂ່ງຂັນກີລາມວນຊົນ ແລະ ກຳລັງແບກຫາບ ຊິງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ 20 ມັງກອນ ຄົບຮອບ 75 ປີ ໂດຍສະເພາະກີລາບານເຕະກໍາລັງຄຶກຄັກ ກົມ 213 ທີ່ຖືກຍົກໃຫ້ເປັນຕົວເຕັງເນື່ອງຈາກມີນັກເຕະທີມຊາດລາວ ແລະ ອະດີດທີມຊາດລາວ ຢູ່ຫຼາຍຄົນນໍາໂດຍ ພິທັກ ກອງມະທິລາດ, ສິດທິເດດ ຂັນທະວົງ, ຄອນສະຫວັນ ສີຫາວົງ ແລະ ຄົນອື່ນອີກຫຼາຍຄົນ ສາມາດເກັບໄຊຊະນະ 2 ນັດລວດ ພ້ອມເຂົ້າຮ່ວມນ໊ອກເອົ້າເປັນທີ່ແນ່ນອນແລ້ວ.

ການແຂ່ງຂັນກີລາມວນຊົນ ແລະ ກຳລັງແບກຫາບ ຊິງຂັນລັດຖະມົນຕີກະຊວງປ້ອງກັນປະເທດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບ 20 ມັງກອນ ຄົບຮອບ 75 ປີ, ແຂ່ງຂັນລະຫວ່າງ 5-13 ມັງກອນ 2024, ສະເພາະກີລາເຕະບານຊາຍມີ 8 ທີມເຂົ້າຮ່ວມຊີງໄຊ ແບ່ງເປັນ 2 ກຸ່ມໆລະ 4 ທີມ ຄັດເອົາທີມທີ 1 ແລະ 2 ຜ່ານເຂົ້າຮອຍ 4 ທີມຕໍ່ໄປ.

ໂດຍທີມທີ່ໜ້າສົນໃຈເປັນ ກົມ 213 ຕົວແທນຈາກສູນກາງ ລົງສະໜາມ 2 ນັດທໍາອິດຂອງກຸ່ມ ຂ ສາມາດເອົາຊະນະ ຊໍ 1 ( ແຊັມເຂດ IV ) 1-0 ຈາກການຍິງຂອງ ສິດທິເດດ ຂັນທະວົງ ອະດີດນັກເຕະທີມຊາດລາວ ນາທີ 90’+2 ແລະ ນັດທີ 2 ເອົາຊະນະ ທະຫານເເຂວງ ອຸດົມໄຊ 6-1 ເຊິ່ງນັດນນີກໍຍັງເປັນ ສິດທິເດດ ຂັນທະວົງ ຍິງຄົນດຽວ 4 ປະຕູພາ ກົມ 213 ເກັບໄຊຊະນະ 2 ນັດລວດ ຜ່່ານເຂົ້າຮອບ 4 ທີມເປັນທີ່ແນ່ນອນແລ້ວ ເຖິງຈະຍັງເຫຼືອອີກ 1 ນັດກໍຕາມ ໂດຍນັດສຸດທ້າຍຈະໄປຕັດສິນກັບ ກອງບັນຊາການ ຈໍາປາສັກ ( ແຊັມເຂດ V ) ເພື່ອລຸ້ນເປັນອັນດັບ 1 ຫຼື ອັນດັບ 2 ຂອງສາຍ ຂ.

ການແຂ່ງຂັນບານເຕະໃນລາຍການນີ້ຈະແຂ່ງຂັນມື້ລະ 2 ຄູ່ ( ເຊົ້າເລີ່ມ 08:30 ໂມງ ແລະ ແລງເລີ່ມ 15:00 ໂມງ ) ລະຫວ່າງວັນທີ 5-13 ມັງກອນ 2024 ໂດຍທຸກໆນັດຈະແຂ່ງຂັນຍທີ່ສະໜາມກີລາກອງທັບ ຫຼັກ 5, ບ້ານຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີ 8 ທີມເຂົ້າຮ່ວມຊີງໄຊແບ່ງເປັນ 2 ກຸ່ມຄື:
+ກຸ່ມ ກ:
-ກອງບັນຊາການ ໄຊສົມບຸນ ( ແຊັມເຂດ III )
-ເຫຼົ່າຮົບປືນໃຫຍ່ໜ້າດິນ ( ອັນດັບ 3 ນະຄອນຫຼວງ )
-ກອງບັນຊາການ ໄຊຍະບູລີ ( ແຊັມເຂດ II )
-ເຫຼົ່າຮົບລົດຕັງບານເກາະ ( ອັນດັບ 2 ນະຄອນຫຼວງ )

+ສາຍ ຂ:
-ກອງບັນຊາການ ອຸດົມໄຊ ( ແຊັມເຊດ I )
-ກອງບັນຊາການ ຈໍາປາສັກ ( ແຊັມເຂດ V )
-ກົມ 213 ( ແຊັມເຊດນະຄອນຫຼວງ )
-ຊໍ 1 ( ແຊັມເຂດ IV )
ຂ່າວ: Larh Creators; ຮູບຈາກ: One chill Chill