ໂອເປັກ ປະກາດຈະຮັບປະກັນສະຖຽນລະພາບຕະຫຼາດພະລັງງານທົ່ວໂລກ

38

ລາຄານ້ຳມັນດິບໂລກ ໄດ້ເພີ່ມຂຶ້ນຄືນໃໝ່ຍ້ອນການຂາດວັກຂາດຕອນຂອງບໍ່ນ້ຳມັນໃຫຍ່ທີ່ສຸດຢູ່ ລີບີ ກໍຄືຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ.

ຕໍ່ບັນຫາດັ່ງກ່າວ ໃນວັນທີ 3 ມັງກອນ, ອົງການປະເທດຜູ້ສົ່ງອອກນ້ຳມັນ ຫຼື ໂອເປັກ ( OPEC ) ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຢ່າງໝັ້ນຄົງຂອງກຸ່ມຕໍ່ບັນດາເປົ້າໝາຍລວມເພື່ອແນໃສ່ເພີ່ມທະວີຄວາມເຫັນດີເປັນເອກະພາບ ແລະ ການຕິດພັນພາຍໃນກຸ່ມ ກໍຄືບັນດາປະເທດພັນທະມິດຢູ່ນອກ OPEC. ໃນຖະແຫຼງການສະບັບໜຶ່ງ OPEC ໃຫ້ຮູ້ວ່າ:

อาจเป็นรูปภาพของ โรงกลั่นน้ำมัน

ບັນດາຄວາມມານະພະຍາຍາມຂອງ OPEC ແລະ ພັນທະມິດ ຫຼື ຍັງໄດ້ເອີ້ນວ່າ OPEC+ ໄດ້ໜູນຊ່ວຍພື້ນຖານເສດຖະກິດທົ່ວໂລກ ຜ່ານຜ່າບັນດາສິ່ງທ້າທາຍໃນຊຸມປີຜ່ານມາ ແລະ ຮັບປະກັນສະຖຽນລະພາບຂອງຕະຫຼາດພະລັງງານທົ່ວໂລກ.

ໃນຕະຫຼາດພະລັງງານ, ລາຄານ້ຳມັນດິບໂລກ ໄດ້ເພີ່ມຂຶ້ນຄືນໃໝ່ຍ້ອນການຂາດວັກຂາດຕອນຂອງບໍ່ນ້ຳມັນໃຫຍ່ທີ່ສຸດຢູ່ ລີບີ ກໍຄື ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ເຂດຕາເວັນອອກກາງ ໂດຍເຮັດໃຫ້ບັນດານັກລົງທຶນມີຄວາມວິຕົກກັງວົນຕໍ່ ຄວາມສາມາດທີ່ແຫຼ່ງສະໜອງນ້ຳມັນຈະຖືກຜົນກະທົບໃນໄລຍະຈະມາເຖິງ.