ວິກິດທະເລແດງ ກະທົບຄ່າຂົນສົ່ງ ເງິນເຟີ້ອາດຫວນກັບ

25

ເຮືອບັນທຸກສິນຄ້າຕ່າງປ່ຽນເສັ້ນທາງການຄ້າ ມີມູນຄ່າຫຼາຍກວ່າ 200 ຕື້ໂດລາສະຫະລັດ ໃນຫຼາຍອາທິດຜ່ານມາ ເພື່ອຫຼີກລ່ຽງເສັ້ນທາງເດີນເຮືອໃນລະເລແດງ ຈາກຄວາມກັງວົນດ້ານ ຄວາມປອດໄພການໂຈມຕີຂອງກອງກຳລັງຮູຕີ ໃນ ເຢເມນ.

ຄວາມຂັດແຍ່ງດັ່ງກ່າວ ເປັນອຸປະສັກແນວໜ້າຂອງການຄ້າໂລກ ເນື່ອງຈາກອັດຕາຄ່າປະກັນສູງຂຶ້ນໃນທຸກວັນ ຄ່າທຳນຽມຕ່າງໆກໍແພງຂຶ້ນ ໄລຍະການຈັດສັນສິນຄ້າກໍດົນຂຶ້ນ ເພາະຕ້ອງເດີນທາງອ້ອມໄປທາງແຫຼມກູດໂຮບຂອງອາຟຣິກກາໃຕ້.

ไม่มีคำอธิบายรูปภาพ

ທ່ານ ແລຣີ ລິນຊີ ປະທານເຈົ້າໜ້າທີ່ບໍລິຫານ ລິນຊີກຣຸບ ບໍລິສັດທີ່ປຶກສາເສດຖະກິດລະດັບໂລກ ເຜີຍວ່າ: ແຮງກົດດັນດ້ານຕ່ອງໂສ້ການສະໜອງທີ່ກໍ່ໃຫ້ເກີດພາວະເງິນເຟີ້ຊົ່ວຄາວໃນປີ 2022 ອາດກັບມາອີກຫາກບັນຫາໃນລະເລແດງ ແລະ ມະຫາສະໝຸດອິນເດຍ ບໍ່ໄດ້ຮັບການແກ້ໄຂ. ທະນາຄານກາງສະຫະລັດ ແລະ ທະນາຄານກາງອື່ນໆ ອາດປະເຊີນກັບບັນຫາເງິນເຟີ້ ແລະ ອັດຕາດອກເບ້ຍທີ່ສູງຂຶ້ນ ເຖິງວ່າເຟດຈໍ່ປັບຫຼຸດອັດຕາດອກເບ້ຍລົງໃນມໍ່ໆນີ້.

ຕາມຜູ້ຊ່ຽວຊານດ້ານອຸດສາຫະກຳເດີນເຮືອລະບຸວ່າ: ໄລຍະນີ້ຄວາມຈຸເຮືອຂົນສົ່ງວ່າງ 20% ເນື່ອງຈາກຄຳສັ່ງຊື້ດ້ານການຜະລິດຫຼຸດລົງຫຼາຍ ແລະ ເຮືອບັນທຸກສິນຄ້າກໍຫຼຸດຖ້ຽວເດີນເຮືອລົງ. ຂະນທີ່ຄວາມຈຸເຮືອທີ່ມີຈຳກັດ ແລະ ໄລຍະເວລາເດີນທາງທີ່ດົນຂຶ້ນ ເຮັດໃຫ້ອັດຕາການຕື່ມເຊື້ອໄຟສູງຂຶ້ນໄປອີກ.