ຫວຽດນາມ ກຽມພ້ອມຕ້ອນຮັບການລົງທຶນເຂົ້າຂະແໜງ ເຄື່ອງເຄິ່ງຊັກນຳໄຟຟ້າ

43

( VOVWORLD ) ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ.

ວັນທີ 2 ມັງກອນ ເມື່ອຕອບສຳພາດຕໍ່ສື່ມວນຊົນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸ້ງ ໃຫ້ຮູ້ວ່າ: ວິສາຫະກິດ, ກຸ່ມບໍລິສັດໃຫຍ່ໃນໂລກ ພວມເອົາໃຈໃສ່ລົງທຶນພັດທະນາຂະແໜງອຸດສາຫະກຳເຄື່ອງເຄິ່ງຊັກນຳໄຟຟ້າ ຢູ່ ຫວຽດນາມ ແລະ ລັດຖະບານໄດ້ມອບໃຫ້ບັນດາກະຊວງ, ຂະແໜງການ, ພິເສດແມ່ນກະຊວງແຜນການ ແລະ ການລົງທຶນ ຜັນຂະຫຍາຍຫຼາຍວຽກງານ, ສະແດງ ຄວາມພ້ອມຕ້ອນຮັບກະແສລົງທຶນໃໝ່ເຂົ້າຂະແໜງເຄື່ອງເຄິ່ງຊັກນຳໄຟຟ້າຢູ່ຫວຽດນາມ.

ກະຊວງແຜນການ ແລະ ການລົງທຶນ ພວມເປັນເຈົ້າການ, ສ້າງແຜນຮ່າງພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ຂະແໜງເຄື່ອງເຄິ່ງຊັກນຳໄຟຟ້າຢູ່ຫວຽດນາມ ຮອດປີ 2030 ດ້ວຍເປົ້າໝາຍບຳລຸງສ້າງວິສະວະກອນ 50.000 ຄົນ. ຫວຽດນາມ ກໍ່ໄດ້ສ້າງສູນນະວັດຕະກຳແຫ່ງຊາດ ( NIC ) ແລະ ເຊັນແຜນການຮ່ວມມືກັບ 2 ກຸ່ມບໍລິສັດອອກແບບຊິບ ໃຫຍ່ສຸດຂອງ ອາເມຣິກາ ເຊິ່ງແມ່ນ Synopsys ແລະ Garden ເພື່ອສ້າງສູນຄົ້ນຄວ້າ, ອອກແບບ ຊິບ ໃນບັນດາຮາກຖານຂອງ NIC.

ກ່ຽວກັບດ້ານພື້ນຖານໂຄງລ່າງ, ບັນດາທ້ອງຖິ່ນໄດ້ກຽມພ້ອມພື້ນທີ່ ເພື່ອສະໜອງໃຫ້ບັນດາວິສາຫະກິດ ເຄື່ອງເຄິ່ງຊັກນຳໄຟຟ້າ; ພື້ນຖານໂຄງລ່າງຄົມມະນາຄົມຍຸດທະສາດເຊື່ອມຕໍ່ບັນດາສູນເສດຖະກິດ, ທ່າກ່ຳປັ່ນທະເລ, ສະໜາມບິນ ກໍພວມໄດ້ຮັບການເພີ່ມທະວີ.