ເສດຖະກິດພາກສ່ວນເອກະຊົນຂອງຈີນ ມີການເຕີບໂຕດີຂຶ້ນ

24

ຕາມຂ່າວຈາກ ຊີອາໄອ ໃຫ້ຮູ້ວ່າ: ວັນທີ 2 ມັງກອນນີ້, ໃນ “ກອງປະຊຸມ ການພັດທະນາໂດຍອາໄສການປະດິດສ້າງໃໝ່ – ‘ບົດຮຽນຈິ້ນຈ່ຽງ’ ຊຸກຍູ້ການພັດທະນາເສດຖະກິດພາກສ່ວນເອກະຊົນດ້ວຍຄຸນນະພາບສູງ” ທີ່ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນຈັດຂຶ້ນນັ້ນ, ທ່ານເຈີ້ງຊ່ານເຈ ຫົວໜ້າ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນກ່າວວ່າ: ນະໂຍບາຍ ແລະ ມາດຕະການຕ່າງໆທີ່ປະກາດໃຊ້ໃນຫວ່າງມໍ່ໆມານີ້, ໄດ້ເພີ່ມພະລັງຂັບເຄື່ອນທີ່ເຂັ້ມແຂງໃຫ້ແກ່ການພັດທະນາເສດຖະກິດພາກສ່ວນເອກະຊົນ, ເສດຖະກິດພາກສ່ວນເອກະຊົນຂອງຈີນໄດ້ປະເຊີນກັບໂອກາດການພັດທະນາຫຼາຍກວ່າສິ່ງທ້າທາຍ.

อาจเป็นรูปภาพของ 2 คน และ ข้อความ

ທ່ານເຈີ້ງຊ່ານເຈກ່າວວ່າ: ຄຽງຄູ່ກັບການຈັດຕັ້ງປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ, ການພັດທະນາເສດຖະກິດພາກສ່ວນເອກະຊົນໄດ້ປາກົດມີທ່າອ່ຽງພື້ນຖານທີ່ມີຄວາມຄືບໜ້າໃນທ່າມກາງຄວາມໝັ້ນທ່ຽງ ແລະ ກ້າວໄປສູ່ທິດທາງທີ່ດີຢ່າງໜັກແໜ້ນ. ວິສາຫະກິດເອກະຊົນກາຍເປັນກຳລັງຫຼັກແຫຼ່ງໃນການຄ້າກັບຕ່າງປະເທດ, ລະຫວ່າງເດືອນມັງກອນ ຫາ ເດືອນພະຈິກປີ 2023 ການນຳເຂົ້າ ແລະ ການສົ່ງອອກຂອງວິສາຫະກິດເອກະຊົນໄດ້ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ເມື່ອຫັກການລົງທຶນດ້ານອະສັງຫາລິມະຊັບອອກແລ້ວ, ການລົງທຶນທາງພົນລະເຮືອນໄດ້ຮັກສາການເຕີບໂຕອ່າວໄວ, ລະຫວ່າງເດືອນມັງກອນ ຫາ ເດືອນພະຈິກປີ 2023 ໄດ້ເພີ່ມຂຶ້ນ 9,1 % ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງລັດຈີນໄດ້ຕັ້ງໜ້າສ້າງກົນໄກໃໝ່ແຫ່ງການຮ່ວມມືລະຫວ່າງທຶນລັດ ແລະ ທຶນສັງຄົມ, ສ້າງເວທີນຳສະເໜີໂຄງການຕໍ່ທຶນສັງຄົມຢ່າງເປັນເອກະພາບໃນທົ່ວປະເທດ ໄດ້ດຶງດູດທຶນສັງຄົມເຂົ້າຮ່ວມ 1.509 ໂຄງການ, ເຊິ່ງມີຍອດມູນຄ່າການລົງທຶນ 1.900 ຕື້ຢວນ.