ຫວຽດນາມ ສາມາດດຶງດູດການລົງທຶນຄຸນນະພາບສູງຈາກຕ່າງປະເທດ

34

(VOVWORLD) ລາຍງານວ່າ: ການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI) ຂອງ ຫວຽດນາມ ສືບຕໍ່ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າຫຼາຍຢ່າງ. ຍອດເງິນລົງທຶນຈາກຕ່າງປະເທດຈົດທະບຽນເຂົ້າ ຫວຽດນາມ ໄລ່ຮອດວັນທີ 20 ທັນວາ 2023 ບັນລຸ 36,6 ຕື້ໂດລາສະຫະລັດເພີ່ມຂຶ້ນກ່ວາ 32% ເມື່ອທຽບໃສ່ປີ 2022.

อาจเป็นรูปภาพของ ตึกระฟ้า, หอคอยโตเกียวทาวเวอร์ และ แสงอาทิตย์ลับขอบฟ้า

ຕາມບັນດານັກຊ່ຽວຊານແລ້ວ, ບັນດາປັດໄຈທີ່ສຳຄັນສ້າງກາລະໂອກາດໃນການດຶງດູດເງິນລົງທຶນຈາກຕ່າງປະເທດ ເຂົ້າຫວຽດນາມ ຄື: ສະຖຽນລະພາບດ້ານການເມືອງ, ພື້ນຖານເສດຖະກິດພວມຟຶ້ນຟູຢ່າງວ່ອງໄວພາຍຫຼັງພະຍາດລະບາດ, ຄວາມດຸ່ນດ່ຽງມະຫາພາກໄດ້ຮັບປະກັນ, ເງິນເຟີ້ໄດ້ຄວບຄຸມ. ຫວຽດນາມ ໄດ້ລົງນາມສັນຍາການຄ້າເສລີຫຼາຍສະບັບ ແລະ ພວມປະຕິບັດຢ່າງມີປະສິດທິຜົນ, ສ້າງເງື່ອນໄຂສະດວກໃຫ້ແກ່ການເຄື່ອນໄຫວລົງທຶນ ແລະ ການຄ້າສາກົນ.

ທ່ານ ເລຢຸຍບິ່ງ ນັກຊ່ຽວຊານເສດຖະກິດ ຖືວ່າ: “ ບັນດານັກລົງທຶນຕ່າງປະເທດ, ພິເສດແມ່ນບັນດາວິສາຫະກິດໃຫຍ່ ເຂົາເຈົ້າສົນໃຈເຖິງສະພາບແວດລ້ອມແຫ່ງການລົງທຶນ ດຳເນີນທຸລະກິດທີ່ສຸດ. ນີ້ແມ່ນບັນຫາວາງອອກໃຫ້ແກ່ພວກເຮົາ ຄວນຍົກລະດັບສະພາບແວດລ້ອມການລົງທຶນ. ບັນຫາທີສອງແມ່ນພວກເຮົາປັບປຸງພື້ນຖານໂຄງລ່າງ, ພວກເຮົາໄດ້ປະຕິບັດໃນຊຸມປີຜ່ານມາຢ່າງຂ້ຽວຂາດ, ພິເສດແມ່ນການຍູ້ແຮງການລົງທຶນສາທາລະນະ ແລະ ລະດົມການເຂົ້າຮ່ວມຢ່າງໃຫຍ່ ຫຼວງຂອງພາກເອກະຊົນ ເພື່ອປັບປຸງພື້ນຖານໂຄງລ່າງ, ແຕ່ພວກເຮົາຄວນຍູ້ແຮງກວ່າ ເພື່ອປັບປຸງໂສມໜ້າໃໝ່. ຈາກນັ້ນ, ຫລຸດຜ່ອນຊ່ອງຫວ່າງກັບຕະຫຼາດ, ຫລຸດຜ່ອນລາຍຈ່າຍກ່ຽວກັບ logistic, ຫລຸດຜ່ອນລາຍຈ່າຍໃນການດຳເນີນທຸລະກິດໃຫ້ແກ່ວິສາຫະກິດ”.