ໄອເອັມເອັຟ ເຕືອນວ່າເສດຖະກິດໂລກແຕກແຍກກັນຈະເຮັດໃຫ້ເກີດມີຜົນເສຍຫາຍອັນມະຫາສານ

27

ທ່ານ ນາງ ຄຣິສຕາລິນາ ຈໍຈີວາ ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ຫຼື IMF ເຕືອນວ່າ ເສດຖະກິດໂລກແຕກແຍກກັນຈະເຮັດໃຫ້ GDP ທົ່ວໂລກສູນເສຍ 7%.

อาจเป็นรูปภาพของ 1 คน และ ข้อความ

ໃນລາຍການຂອງ CNN ທີ່ອອກອາກາດ ໃນວັນທີ 2 ມັງກອນນີ້, ທ່ານນາງ ຄຣິສຕາລິນາ ຈໍຈີວາ ກ່າວວ່າ: ຂໍ້ຈຳກັດທີ່ປິ່ນອ້ອມ “ຄວາມໝັ້ນຄົງແຫ່ງຊາດ” ພວມເພີ່ມຂຶ້ນ, ປັດໄຈພູມສາດການເມືອງພວມເຮັດໃຫ້ເສດຖະກິດໂລກແຕກແຍກຈາກກັນ. ຖ້າວ່າປ່ອຍໃຫ້ເສດຖະກິດໂລກແຕກແຍກຄືແບບນີ້ຕໍ່ໄປ, ໃນທີ່ສຸດຈະເຮັດໃຫ້ GDP ທົ່ວໂລກສູນເສຍ 7%, ເຊິ່ງເທົ່າກັບຜົນລວມ GDP ຂອງຝຣັ່ງ ແລະ ເຢຍລະມັນໃນປີໜຶ່ງ.

ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ກ່າວຕື່ມວ່າ: “ຄວນຊອກຫາວິທີທີ່ຫຼຸດຜ່ອນຄວາມຂັດແຍ້ງກັນ, ສຸມໃສ່ບັນຫາຄວາມໝັ້ນຄົງທີ່ມີຄວາມໝາຍອັນແທ້ຈິງ, ແຕ່ບໍ່ແມ່ນເຮັດໃຫ້ເສດຖະກິດໂລກແຕກແຍກຕາມລຳພັງໃຈ, ສິ່ງນີ້ມີຜົນດີຕໍ່ປະເທດຕ່າງໆ. ຖ້າບໍ່ດັ່ງນັ້ນ, ປະລິມານເສດຖະກິດໂລກຈະຫຼຸດໜ້ອຍລົງອີກ.”