ສຕລ ກໍານົດ 12 ແຜນວຽກງານພັດທະນາ ກຳມະການຕັດສິນ ປະຈຳປີ 2024

36

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ກໍານົດ 12 ແຜນວຽກງານພັດທະນາ ກໍາມະການຕັດສິນ ເພື່ອສ້າງ ແລະ ຍົກລະດັບກໍາມະການຕັດສິນລາວ ໃຫ້ມີທັງປະລິມານ ແລະ ຄຸນນະພາບ ກຽມພ້ອມເຮັດໜ້າທີ່ໃນການຈັດການແຂ່່່ງຂັນປະຈໍາປີ 2024.
ປີ 2023 ທີ່ຜ່ານມາ ກໍາມະການລາວ ຖືວ່າມີບົດບາດຫຼາຍໃນການເຮັດໜ້າທີ່ນັບຕັ້ງແຕ່ການແຂ່ງຂັນ ເປບຊີ ລາວລີກ 1, ລາວລີກຍິງ, ບານເຕະຊີງຂັນ ສະຫະພັນບານເຕະແຫ່ງຊາດລາວ ຢູ 15, 18 ປີ ແລະ ອື່ນໆທີ່ທາງສະຫະພັນບານເຕະຈັດຂຶ້ນ ນອກນັ້ນ, ກໍຍັງມີລາຍການອື່ນໆທີ່ໄດ້ໃຊ້ກໍາມະການຂອງສະຫະພັນບານເຕະແຫ່ງຊາດລາວ ປັ້ນຂຶ້ນບໍ່ວ່າຈະເປັນບານເຕະນັກຮຽນ, ບານເຕະໃນແຕ່ລະແຂວງ ແລະ ອື່ນໆ ເຊິ່ງສະເລ່ຍແລ້ວແມ່ນໃຊ້ກໍາມະການຫຼາຍກວ່າ 100 ຄົນ.

ທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ກ່າວລາຍງານ ກອງປະຊຸມສະໄໝສາມັນຂອງ ສະຫະພັນບານເຕະແຫ່ງຊາດລາວ ໃນທ້າຍປີ 2023 ວ່າ: ສະຫະພັນບານເຕະແຫ່ງຊາດລາວ ໄດ້ວາງທິດທາງແຜນວຽກງານກຳມະການຕັດສິນ ປະຈຳປີ 2024 ມີດັ່ງນີ້:
– ຝຶກອົບຮົມກຳມະການຕັດສິນ (ຂັ້ນພື້ນຖານ) 3 ແຂວງ
– ຝຶກອົບຮົມກຳມະການຕັດສິນ (ຍົກລະດັບລາວລີກ 2) 15 ແຂວງ
– ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະ ລາວລີກ 1 ສົກປີ 2024 – 2025)
– ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະ LFF U16 & U19)
– ຝຶກອົບຮົມກຳມະການຕັດສິນ (ຍົກລະດັບ ສຳລັບ ການແຂ່ງຂັນບານເຕະລາວລີກຍິງ ປີ 2024)

– ຝຶກອົບຮົມ ຜູ້ປະເມີນ ແລະ ຜູ້ຝຶກສອນກຳມະການຕັດສິນ 2024
– ສອບເສັງກຳມະການ FIFA 2024
– ຝຶກອົບຮົມກຳມະການຕັດສິນລະດັບສູງ (ຍົກລະດັບ) MA Course 2024 FIFA
– ໂຄງການກຳມະການຕັດສິນ ລຸ້ນສືບທອດ LFF Referee Academy
– ຝຶກຊ້ອມທຸກໆວັນພຸດ ສຳລັບ ກຳມະການລາວລີກ 1 ຊາຍ ແລະ ຍິງ

– ຝຶກອົບຮົມກຳມະການຕັດສິນ ຟຸດຊໍ (ຂັ້ນພື້ນຖານ) 1 ແຂວງ
– ຝຶກອົບຮົມກຳມະການຕັດສິນ ຟຸດຊໍ (ຍົກລະດັບ ສຳລັບການແຂ່ງຂັນບານເຕະຟຸດຊໍລີກ)
ຂ່າວ: Larh Creators; ຮູບຈາກ: ສຕລ