ຊາຍແບບ – ນາງແບບ THAVETH ເປີດຕົວນາງແບບ ຮ່ວມງານເດີນແບບວັນວາເລັນທາຍ ລັນເວ 2024

48

ອີກໜຶ່ງງານເດີນແບບ ແຟຊັນຍິ່ງໃຫຍ່ ປີ 2024 ນີ້ ກຽມຕື່ນຕາຕື່ນໃຈກັບຜົນງານການອອກແບບຂອງແບຣນເສື້ອຜ້າລະດັບຕົ້ນໆກັນໄດ້ ກັບແບຣນ Thaveth ກັບຜົນງານທີ່ກຳລັງ ລັງສ້າງສັນການອອກແບບໃຫ້ທຸກຄົນໄດ້ຊົມກັນແບບທີ່ຈະອົບອວນດ້ວຍຄວາມຮັກ ທີ່ຈະມອບໃຫ້ທຸກໆທ່ານ ພົບກັບງານແຟຊັນໂຊທີ່ກຽມໄວ້ໃຫ້ແຟນໆໄດ້ຊື່ນຊົມກັນໃນໄວໆນີ້

อาจเป็นรูปภาพของ 1 คน

ເຊິ່ງງານນີ້ແມ່ນໄດ້ຂົນເອົາບັນດານາງແບບທີ່ມີຊື່ສຽງຫຼາກຫຼາຍທ່ານທີ່ມີຜົນງານໃນວົງການມາແລ້ວແບບນັບບໍ່ຖ້ວນ ເຂົ້າຮ່ວມງານກັນຢ່າງຄັບຄາໜາແໜ້ນແນ່ນອນ ແລ້ວພົບກັນ.

อาจเป็นรูปภาพของ 3 คน

ງານນີ້ທາງແບຣນ THAVETH ໄດ້ມີການເປີດຕົວນາງແບບຮ່ວມງານເດີນແບບວັນວາເລັນທາຍ ລັນເວ 2024 ເຊິ່ງເປີດເຜີຍຮູບໂສມກັນອອກມາກ່ອນໝູ່ແລ້ວ ສຳລັບນາງແບບຂອງແບຣນເສື້ອຜ້າທີ່ມີຊື່ສຽງລະດັບຕົ້ນໆຂອງປະເທດ ກັບ ແບຣນທາເວດ ຂອງອ້າຍບອຍ ຄົນເກັ່ງຂອງພວກເຮົາ ທີ່ຈະເຂົ້າຮ່ວມໃນງານເດີນແບບໂປຣເຈັກໃຫຍ່ ຂອງຕົ້ນປີ 2024

อาจเป็นรูปภาพของ 2 คน, ชุดสูท, เสื้อโค้ททรงดัฟเฟิล และ เสื้อโอเวอร์โค้ท

ໃນງານເດີນແບບແຟຊັນວັນວາເລັນທາຍ ລັນເວ Valentine’s runway will have a very special show of secret outfits! ໃນວັນທີ 10 ກຸມພາ 2024 ທີ່ຈະມາເຖິງນີ້.

อาจเป็นรูปภาพของ 1 คน

ງານນີ້ແມ່ນຈະໄດ້ຈັດງານຍິ່ງໃຫຍ່ຂຶ້ນທີ່ຮ້ານ ຄ່າເຟ ແບັກຍາດ. ສຳລັບງານເດີນແບບແຟຊັນ ວັນວາເລັນທາຍ ລັນເວນີ້ ໄດ້ຮວບຮວມເອົາດີໄຊເນີສີມືດີເຖິງ 5 ທ່ານມາຮ່ວມງານ ແລະ ໃຊ້ນາງແບບເກືອບ 60 ຊີວິດ ມາຮ່ວມປະຊັນເດີນເທິງລັນເວ ແລະ ງານນີ້ມີຄວາມຄືບໜ້າແນວໃດນັ້ນທາງທີມຂ່າວບັນເທີງຈະເກັບພາບມາຝາກທຸກຄົນຢ່າງແນ່ນອນ.

อาจเป็นรูปภาพของ 1 คน และ ข้อความ
ນາງແບບ – ຊາຍແບບທີ່ຈະມາຮ່ວມປະຊັນການເດີນກັນເທິງເວທີກໍມີຫຼາກຫຼາຍທ່ານເລີຍບໍ່ວ່າຈະເປັນ ເຟີບີ້, ນ້ອງລິດຊີ້ແຊັດ, ສຽວອີ້ ເຟສອັອບລາວ ແລະ ອີກຫຼາກຫຼາຍທ່ານງານນີ້ບອກເລີຍລັນເວລຸກເປັນໄຟແນ່ນອນ ຖ້າຕິດຕາມພ້ອມກັນ.

อาจเป็นรูปภาพของ 4 คน และ ข้อความ