ຕົວຊີ້ວັດຫຼາຍຢ່າງຂອງອຸດສາຫະກຳ ລົດຍົນຈີນ ໃນປີ 2023 ໄດ້ສ້າງສະຖິຕິໃໝ່

21

ຕາມຂ່າວຈາກຊີອາໄອ ໃຫ້ຮູ້ວ່າ: ສະມາຄົມອຸດສາຫະກຳລົດຍົນຈີນແຈ້ງວ່າ ຕົວຊີ້ວັດດ້ານເສດຖະກິດຫຼາຍຢ່າງຂອງອຸດສາຫະກຳລົດຍົນຈີນໃນປີ 2023 ໄດ້ສ້າງສະຖິຕິໃໝ່.

อาจเป็นรูปภาพของ 5 คน และ ข้อความ

ສະມາຄົມອຸດສາຫະກຳລົດຍົນຈີນແຈ້ງໃຫ້ຮູ້ວ່າ: ໃນປີ 2023, ອຸດສາຫະກຳລົດຍົນຈີນຈະກາຍເປັນກຳລັງແຮງຂັບເຄື່ອນຕົ້ນຕໍຂອງການເຕີບໂຕດ້ານເສດຖະກິດອຸດສາຫະກຳ. ໃນນັ້ນ, ຍອດການຜະລິດ ແລະ ຈຳໜ່າຍລົດຍົນຂອງຈີນໃນປີ 2023 ຄາດວ່າຈະບັນລຸປະມານ 30 ລ້ານຄັນ, ຍອດການຜະລິດ ແລະ ຈຳໜ່າຍລົດພະລັງງານໃໝ່ຈະມີຫຼາຍກວ່າ 9 ລ້ານຄັນ, ຈຳນວນການສົ່ງອອກລົດຍົນຄາດວ່າຈະມີເກືອບ 5 ລ້ານຄັນ,ອັດຕາສ່ວນກວມຕະຫຼາດຂອງລົດຍົນຍີ່ຫໍ້ຈີນແມ່ນຫຼາຍກວ່າ 50% ຢ່າງໝັ້ນທ່ຽງ.

ຕາມຂ່າວລາຍງານວ່າ: ໃນປີ 2023 ຈີນໄດ້ວາງນະໂຍບາຍຕ່າງໆທີ່ກະຕຸກຊຸກຍູ້ການບໍລິໂພກລົດຍົນຢ່າງແຂງແຮງ, ອຸດສາຫະກຳລົດຍົນຈີນໄດ້ກາຍເປັນກຳລັງແຮງຂັບເຄື່ອນຕົ້ນຕໍຂອງການເຕີບໂຕດ້ານເສດຖະກິດອຸດສາຫະກຳ.