ຫຼາຍພາກສ່ວນໃຫ້ການສະໜັບສະໜູນ W.I.G NAGA ສະໂມສອນເຍົາວະຊົນລາວ ເກືອບ 1 ຕື້ກີບ

142

ເປັນບາດກ່າວໃໝ່ຂອງສະໂມສອນບານເຕະເຍົາະວະຊົນລາວ ເມື່ອ W.I.G NAGA ໄດ້ຮັບການສະໜັບສະໜູນຈາກການນໍາ, ກະຊວງສຶກສາທິການ ແລະ ກີລາ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຫຼາຍໆພາກສ່ວນ ມາຮອດປັດຈຸບັນໄດ້ຮັບການສະໜັບສະໜູນໄປແລ້ວເກືອບ 1 ຕື້ກີບ ໂດຍຈະເປັນທຶນສໍາຄັນໃນການເກັບຕົວຝຶກຊ້ອມ ກຽມເດີນທາງໄປແຂ່ງຂັນຕໍ່ໃນຮອບສຸດທ້າຍລາຍການ TAR ທີ່ປະເທດສະເປນ ໃນເດືອນເມສາ 2024.

W.I.G NAGA ປະກາດຜ່ານເພຈ໌ບຸກທາງການວ່າ: ຂໍຂອບໃຈເປັນຢ່າງ ຕໍ່ການນໍາພັກ-ລັດ, ຫຼາຍໆພາກສ່ວນ ແລະ ບຸກຄົນທີ່ສະໜັບສະໜູນ ທີມບານເຕະເຍົາວະຊົນລາວ ຊຸດແຊ້ມ TAR Asia Qualifiers ຮອບຄັດເລືອກ ທີ່ປະເທດໄທ ໃນເດືອນທັນວາ 2023 ທີ່ຜ່ານມາ ແນ່ນອນພາລະກິດຕໍ່ໄປຄືການໄປແຂ່ງຂັນຮອບສຸດທ້າຍທີ່ປະເທດສະເປນ ໃນເດືອນເມສາ 2024 ຂອບໃຈຜູ້ສະໜັບສະໜູນຄື:

ແນ່ນອນພວກເຮົາສັນຍາວ່າ ຈະສືບຕໍ່ພັດທະນາ, ຝຶກຊ້ອມ ແລະ ທຸ້ມເທສຸດຂີດ ເພື່ອສ້າງຜົນງານອອກມາໃຫ້ດີທີ່ສຸດໃນຮອບສຸດທ້າຍ ທີ່ປະເທດສະເປນ ໃນເດືອນເມສາ 2024 ແລ້ວພົບກັນ.
ຂ່າວ-ຮູບ: Larh Creators