ອົບເປັດແຊບໆກິນ

46

ເປັດເປັນສັດຊະນິດໜຶ່ງ ທີ່ສາມາດເຮັດກິນໄດ້ຫຼາຍເມນູ ແລະ ແຊບ ເຊິ່ງອົບເປັດ ເປັນເມນູກິນກັບເຂົ້າ ຫຼື ເປັນເມນູກັບແກ້ມໄດ້, ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດອົບເປັດກິນ.

อาจเป็นรูปภาพของ ปลาแองโชวี่

▶ວັດຖຸດິບ: ເປັດຄົວແລ້ວ, ເກືອ, ແປ້ງນົວ, ນໍ້າປາ, ຫົວສີໃຄ, ຂ່າ, ຫົວຫອມບົ່ວ, ຫົວຜັກທຽມ, ໃບຂີ້ຫູດ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ.

▶ຂັ້ນຕອນເຮັດ: ເອົາເປັດມາຕັດເປັນຕ່ອນຕາມ ຄວາມຕ້ອງການ, ຕຳໝາກເຜັດ, ຫົວຫອມບົ່ວ, ຫົວຜັກທຽມ, ຫົວສີໃຄ, ຂ່າ, ເກືອ, ແປ້ງນົວ ຕຳໃຫ້ເຂົ້າກັນໃຫ້ ລະອຽດ ຈາກນັ້ນກໍເອົາຂົ້ວໃສ່ໝໍ້ກັບຕ່ອນເປັດ, ຂົ້ວຈົນຫອມ ພ້ອມເອົາໃບຂີ້ຫູດໃສ່ ແລ້ວກໍຕື່ມນໍ້າລົງໄປໃຫ້ພໍດີຈຸຕ່ອນແລ້ວກໍຕົ້ມໃຫ້ນໍ້າແຫ້ງ ແລະ ພ້ອມຊີມລົດຊາດປຸງດ້ວຍນໍ້າປາ ຕາມໃຈມັກແລ້ວໃຫ້ນໍ້າແຫ້ງລົງພໍຈຸຈະ ແລ້ວກໍປົງ ເທົ່ານີ້ກໍໄດ້ອົບເປັດແຊບໆກິນແລ້ວ.