ຈີນ ຄາດຍອດເດີນທາງເຂົ້າ – ອອກ ໄລຍະປີໃໝ່ຈະທະລຸ 1,58 ລ້ານຄົນຕໍ່ວັນ

21

ສຳນັກຂ່າວຕ່າງປະເທດລາຍງານວ່າ ສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນ (NIA) ຄາດການວ່າ ການເດີນທາງຂອງຜູ້ໂດຍສານຂາເຂົ້າ-ຂາອອກຂອງຈີນໃນຊ່ວງວັນພັກປີໃໝ່ຈະຢູ່ທີ່ປະມານ 1,58 ລ້ານຄົນຕໍ່ວັນ ເພີ່ມຂຶ້ນ 5 ເທົ່າ ເມື່ອທຽບໃສ່ປີຜ່ານມາ, ຕົວເລກຄາດການດັ່ງກ່າວກວມເອົາປະມານ 90% ຂອງຕົວເລກປີ 2019.

ທັງນີ້ ປະລິມານຜູ້ໂດຍສານຕາມສະໜາມບິນຫຼັກຂອງຈີນ ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເນື່ອງຈາກສາຍການບິນໄດ້ກັບມາໃຫ້ບໍລິການຄືນອີກຄັ້ງ, ອີກທັງປະເທດຕ່າງໆ ລວມທັງ ໄທ ແລະ ມາເລເຊຍ ໄດ້ອະນຸຍາດໃຫ້ຊາວຈີນເດີນທາງເຂົ້າປະເທດໂດຍບໍ່ຈຳເປັນຕ້ອງຂໍວີຊາ. ນອກຈາກນີ້ ຈີນ ຍັງດຳເນີນນະໂຍບາຍຟຣີວີຊາ ສຳລັບຜູ້ເດີນທາງ ຈາກ ຝຣັ່ງ, ເຢຍລະມັນ ແລະ ອີກ 4 ປະເທດທົ່ວໂລກ.

ຈີນຄາດວ່າ ການເດີນທາງ ເຂົ້າ – ອອກສະໜາມບິນສາກົນຕ່າງໆໃນນະຄອນຫຼວງປັກກິ່ງ, ຊຽງໄຮ້, ຝູຕົ່ງ, ກວາງໂຈວ ຄາດວ່າ ຈະຢູ່ທີ່ 33 ພັນ ຫາ 68 ພັນຄົນຕໍ່ວັນ.

NIA ຍັງລະບຸວ່າ ການເດີນທາງເຂົ້າ-ອອກ ທີ່ດ່ານກົງເປີ່ຍ, ຫຼົວຫູ ແລະ ຝູຖ້ຽນ ເຊິ່ງເປັນຊ່ອງທາງສັນຈອນລະຫວ່າງ ແຂວງກວາງຕຸງ ກັບ ຮົງກົງ ແລະ ມາເກົາ ທາງພາກໃຕ້ຂອງຈີນ ຄາດວ່າ ສະເລ່ຍຈະຢູ່ທີ່ 320.000 ຄົນ, 190.000 ຄົນ ແລະ 180.000 ຄົນຕໍ່ວັນ.