ເຈົ້າໜ້າທີ່ຍຶດສິນຄ້າ ປະເພດຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ນຳເຂົ້າ ແລະ ເຄື່ອນຍ້າຍບໍ່ຖືກຕ້ອງຕາມລະບຽບການ

93

ຄະນະກວດກາ ແລະ ຕ້ານສະກັດກັ້ນການຄ້ານອກລະບົບ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍຶດສິນຄ້ານອກລະບົບ ປະເພດຊີ້ນງົວ, ຂາໝູ ແລະ ຕີນໄກ່ ທີ່ໄດ້ນຳເຂົ້າ ແລະ ມີການເຄື່ອນຍ້າຍບໍ່ຖືກຕ້ອງຕາມລະບຽບການ.

ໃນຕອນເຊົ້າຂອງວັນທີ 29 ທັນວາ 2023 ຄະນະເຈົ້າໜ້າທີ່ກວດກາການຄ້າ ໄດ້ຮັບຊາບຂໍ້ມູນຈາກຜູ້ໃຫ້ເບາະແສວ່າ ມີການລົງເຄື່ອງ ແລະ ເຄື່ອນຍ້າຍສິນຄ້າ ຢູ່ເດີ່ນດິນເປົ່າວ່າງ ຮ່ອມ2 ເຂດບ້ານໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.


ຜ່ານການລົງຕິດຕາມກວດກາ ຈຸດດັ່ງກ່າວ ພົບເຫັນວ່າແມ່ນຄວາມຈິງແທ້ເຊິ່ງຜ່ານການກວດກາພົບເຫັນດັ່ງນີ້: ລົດບັນທຸກເຄື່ອງ ຂະໜາດ 22 ລໍ້ ໝາຍເລກທະບຽນ ບກ 1343 ບໍລິຄຳໄຊ ກຳລັງກະກຽມລົງເຄື່ອງປະເພດອາຫານແຊ່ແຂງ ປະເພດຊີ້ນງົວ, ຂາໝູ ແລະ ຕີນໄກ່ ເຊິ່ງມີລາຍການດັ່ງນີ້:


– ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ຈຳນວນ 20 ແກັດ ເທົ່າກັບ 500 ກິໂລກຣມມ
– ຊີ້ນງົວຜະລິດຕະພັນ ຈາກປະເທດອິນເດຍ ກາ black gold ຈຳນວນ 85 ແກັດ ເທົ່າກັບ 1.700 ກິໂລກຣາມ
– ຊີ້ນງົວ ກາ Green Bull ຈຳນວນ 5 ແກັດ ເທົ່າກັບ 100 ກະໂລກຣາມ
– ຂາໝູ ຜະລິດຕະພັນຈາກ ປະເທດເບຣຊິນ ຈຳນວນ 25 ແກັດ ເທົ່າກັບ 459 ກິໂລກຣາມ.
– ຕີນໄກ່ ຜະລິດຕະພັນ CP ຈາກປະເທດຫວຽດນາມ ຈຳນວນ 595 ແກັດ ເທົ່າກັບ 8.925 ກິໂລກໜາມ
ສິນຄ້າລວມທັງໝົດມີ 730 ແກັດ ນ້ຳໜັກລວມ 11.684 ກິໂລກຣາມ (ຍັງບໍ່ໄດ້ປະເມີນມູນຄ່າ)


ດັ່ງນັ້ນ, ຄະນະເຈົ້າໜ້າທີ່ກວດກາການຄ້າ ຈິ່ງໄດ້ຍຶດສິນຄ້າຈຳນວນດັ່ງກ່າວໄວ້ຊົ່ວຄາວ ໂດຍໄດ້ນຳໄປຝາກໄວ້ທີ່ສາງເຢັນຂອງ ຕະຫຼາດລາວ (ເຊົ່າສາງເຢັນ) ແລະ ໄດ້ເຮັດບົດບັນທຶກກວດກາ ກັບຜູ້ຮັບເໝົາຂົນສົ່ງເຄື່ອງດັ່ງກ່າວ ພ້ອມທັງລະບຸໃຫ້ຂຶ້ນມາແກ້ໄຂຄະດີ ຕາມລະບຽບການພາຍໃນ 3 ວັນລັດຖະການ ນັບແຕ່ມື້ລົງກວດກາເປັນຕົ້ນໄປ.

ສິນຄ້າຈໍານວນດັ່ງກ່າວ ເປັນສິນຄ້າທີ່ລັກລອບນໍາເຂົ້າມາແບບນອກລະບົບ, ບໍ່ຜ່ານການຢັ້ງຢືນດ້ານສຸຂະອານາໄມສັດ ແລະ ມີການຂົນສົ່ງທີ່ບໍ່ຖືກຕ້ອງຫຼັກການສຸຂະອານາໄມ ທີ່ຂະແໜງການກ່ຽວຂ້ອງກຳນົດ.