ອີກໜຶ່ງສາຍສະພາຍລາວທີ່ຈະໄປເສີດສາຍທີ່ເວທີສາກົນ ວັນ ບັດແສງ ວົງຈັນທຳ

1851

ພາຍຫຼັງທີ່ໄດ້ມີການປະກາດຢ່າງເປັນທາງການຈາກ ບໍລິສັດ ເຈັດແປດ ຄຣີເອຊັ້ນ ຈຳກັດຜູ້ດຽວ ຜູ້ຖືລິຂະສິດ Miss Global Laos ໄດ້ຕົກລົງເຫັນດີແຕ່ງຕັ້ງ ນາງ ວັນ ບັດແສງ ວົງຈັນທຳ TOP6 Miss Universe Laos 2023 ເປັນ Miss Global Laos 2023 ເພື່ອເປັນຕົວແທນສາວງາມລາວເຂົ້າຮ່ວມຊີງມົງກຸດ Miss Global Organization 2023 ທີ່ປະເທດກຳປູເຈຍ ແລະ ຫວຽດນາມ.

อาจเป็นรูปภาพของ 2 คน และ ข้อความ

ໃນຕອນນີ້ນ້ອງກໍມີຄວາມພ້ອມເຕັມທີ່ແລ້ວ ແລະ ມື້ອອກເດີນທາງກໍໃກ້ເຂົ້າມາສຸດໆ. ສະນັ້ນ, ຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ວັນ ເພື່ອໃຫ້ສາຍສະພາຍລາວໂດດເດັ່ນ ເປັນທີ່ປະຈັກຂອງເວທີລະດັບໂລກໄປພ້ອມກັນ.

ການກໍານົດວັນອອກເດີນທາງເພື່ອຊີງມົງກຸດຂອງນ້ອງ ແມ່ນຈະອອກເດີນທາງໃນວັນທີ 2 ມັງກອນ 2024 ສູ່ປະເທດກຳປູເຈຍ ພ້ອມອອກເດີນທາງສູ່ Miss Global 2023 ດ້ວຍຄວາມພາກພູມໃຈນຳສະເໜີຄວາມເປັນລາວໃນເວທີສາກົນ ໂດຍການອອກເດີນທາງເທື່ອນີ້ດ້ວຍສາຍການບິນຄຸນນະພາບ Vietnam Airlines ຢ່າລື່ມຕິດຕາມ ແລະ ຮ່ວມສົ່ງກຳລັງໃຈໃຫ້ ນ້ອງ ວັນ ໄດ້ໃນທຸກຊ່ອງທາງ ບອກເລີຍການກັບມາເທື່ອນີ້ມີເລືອດນັກສູ້ ແລະ ຄວາມພະຍາຍາມເຕັມທີ່, ສະນັ້ນຖ້າຕິດຕາມໄປພ້ອມກັນ.

อาจเป็นรูปภาพของ 1 คน และ ข้อความพูดว่า "GLOBAL 品 THE H GLOBAL IS CALLING G!!! !!! VANH BUDSENG VONGCHANTHAM ROAD TO MISS GLOBAL 2023 COMBODIA AND VIETNAM 02-18 JANUARY 2024"

ສໍາລັບ ສາວຄົນນີ້ແມ່ນສາວງາມໜ້າຄົມມີສະເໜ່ສຸດໆ ເປັນນາງງາມຍອດນັກສູ້ອີກຄົນໜຶ່ງ ເຖິງແມ່ນວ່າໃນການປະກວດເວທີທີ່ຜ່ານມາຈະໄປຄວ້າມົງມາຄອງບໍ່ໄດ້ ແຕ່ນ້ອງຄົນນີ້ກໍບໍ່ຢຸດພັດທະນາ ແລະ ຕາມຫາຝັນຂອງຕົນເອງຈົນຕອນນີ້ຜູ້ໃຫຍ່ເຫັນໃນຄວາມສາມາດ ແລະ ມອບຕໍາແໜ່ງອັນຊົງກຽດໃຫ້ໄປຄອງ ເຊື່ອວ່ານ້ອງຕ້ອງເຮັດຢ່າງເຕັມທີ່ກັບໂອກາດທີ່ໄດ້ຮັບແນ່ນອນເລີຍ.
ນ້ອງ ບັດແສງ ວົງຈັນທຳ ເປັນສາວງາມມາຈາກເມືອງວັງວຽງ, ແຂວງວຽງຈັນ ສະຖານທີ່ສຶກສາ ວິທະຍາໄລເຕັກນິກປາກປ່າສັກພາກວິຊາ ການໂຮງແຮມ ແລະ ການທ່ອງທ່ຽວ.

อาจเป็นรูปภาพของ 1 คน และ ข้อความพูดว่า "GLOBAL VietnamAirlines Q TH Vietnamo00500000 VietnamAninss VANH BUTSENG VONGCHANTHAM ROAD TO MISS GLOBAL 2023 CAMBODIA AND VIETNAM 02-18 JANUARY 2024"

ທີ່ຜ່ານມາແມ່ນເຄີຍປະກວດເວທີ Hot guys & sexy girl2021 ໄດ້ຮອງອັນດັບ1 ແລະ ເວທີ Miss Universe Laos 2021 ໄດ້ Top 6 ນັ້ນເອງ ວັນເປັນຜູ້ຍິງຄົນໜຶ່ງທີ່ມີຄວາມໄຝ່ຝັນແມ່ນ ຢາກເປັນນາງງາມ ແລະ ເຮັດວຽກໃນວົງການບັນເທີງມາຕັ້ງແຕ່ນ້ອຍ ເພາະຢາກແບ່ງເບົາພາລະຂອງຄອບຄົວມັນເປັນສິ່ງທີ່ຂ້ອຍໃຝ່ຝັນ ແລະ ມີຄະຕິປະຈຳໃຈແມ່ນ “ເຮົາຈະທໍ້ບໍ່ໄດ້ ຖ້າເຮົາຍັງສູ້ໄປບໍ່ໄປຮອດຄວາມຝັນ”.

ທ້າຍນີ້ທີມຂ່າວບັນເທີງເທີງກໍຂໍຝາກແຟນຂ່າວ ແລະ ແຟນຄລັບຂອງນ້ອງຕິດຕາມ ແລະ ຮ່ວມສົ່ງກໍາລັງໃຈໃຫ້ນ້ອງໃນການປະກວດຄັ້ງນີ້ຫຼາຍໆເດີ ເພື່ອນ້ອງຈະໄດ້ນໍາມົງກຸດມາເປັນຂອງຝາກຂອງຕ້ອນແຟນໆຊາວລາວຂອງພວກເຮົາ.