ຈີນເຜີຍແຜ່ບົດລາຍງານວ່າດ້ວຍສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023

63

ຕາມຂ່າວ Criໃຫ້ຮູ້ວ່າ: ວັນທີ 27 ທັນວາ ສະມາຄົມສົ່ງເສີມການຄ້າຈີນໄດ້ເຜີຍແຜ່ບົດລາຍງານວ່າດ້ວຍສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023, ໂດຍລະບຸວ່າ: ໃນປີ 2023 ວິສາຫະກິດຈີນທີ່ດຳເນີນທຸລະກິດຢູ່ອາຊຽນມີສະພາບລວມທີ່ດີ.
ສະມາຄົມສົ່ງເສີມການຄ້າຈີນແນະນຳໃຫ້ຮູ້ວ່າ: ຈີນ ແລະ ອາຊຽນເປັນຄູ່ການຄ້າໃຫຍ່ທີ່ສຸດຂອງກັນ ແລະ ກັນມາເປັນເວລາ 3 ປີລຽນຕິດ. ບົດລາຍງານສະບັບດັ່ງກ່າວສະແດງໃຫ້ເຫັນວ່າ: ສະພາບແວດລ້ອມການດຳເນີນທຸລະກິດຢູ່ອາຊຽນປີ 2023 ແມ່ນດີຂຶ້ນກວ່າເກົ່າບົນພື້ນຖານຄວາມໝັ້ນທ່ຽງ.

อาจเป็นรูปภาพของ คลอง Panama Canal

ປະເທດສິງກະໂປ, ໄທ, ມະເລເຊຍ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນບັນດາປະເທດທີ່ມີສະພາບແວດລ້ອມດຳເນີນທຸລະກິດດີກວ່າໝູ່. ເກືອບ 71% ບໍລິສັດ ຈີນ ມີແຜນການເປີດກວ້າງການເຄື່ອນໄຫວຢູ່ ອາຊຽນ.

ໃນຊຸມປີມໍ່ໆມານີ້, ການແລກປ່ຽນເສດຖະກິດ, ການຄ້າ ລະຫວ່າງ ຈີນ ແລະ ອາຊຽນ ນັບມື້ນັບແໜ້ນແຟ້ນ. ໃນ 11 ເດືອນ ຂອງປີ 2023, ອາຊຽນ ສືບຕໍ່ແມ່ນຄູ່ຮ່ວມມືການຄ້າ ໃຫຍ່ສຸດຂອງ ຈີນ.