ຜູ້ນຳປະເທດສະຫະພັນເສດຖະກິດເອີຣົບ – ອາຊີລົງນາມໃນຖະແຫຼງການພັດທະນາເສດຖະກິດ

17

ວັນທີ 25 ທັນວານີ້, ຄະນະກຳມະການສູງສຸດ ເຊິ່ງເປັນອົງການອຳນາດສູງສຸດຂອງສະຫະພັນເສດຖະກິດເອີຣົບ-ອາຊີ ໄດ້ຈັດກອງປະຊຸມຢູ່ນະຄອນເຊັນປີເຕີສະເບີກປະເທດຣັດເຊຍ.

ກອງປະຊຸມໄດ້ປຶກສາຫາລືຜົນງານດ້ານການຮ່ວມມືຂອງສະຫະພັນເສດຖະກິດເອີຣົບ-ອາຊີໃນຫຼາຍປີທີ່ຜ່ານມາ ແລະ ອະນາຄົດດ້ານການຮ່ວມມື, ທັງໄດ້ລົງນາມໃນເອກະສານຫຼາຍສະບັບ ຄື: ຖະແຫຼງການພັດທະນາເສດຖະກິດ ອັນໄດ້ເປັນທິດຊີ້ນຳໃຫ້ແກ່ການລົງເລິກການຮ່ວມມືຕື່ມອີກ.

ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ກ່າວໃນກອງປະຊຸມວ່າ: ສະຫະພັນເສດຖະກິດເອີຣົບ-ອາຊີ ສ້າງຕັ້ງຂຶ້ນເປັນເວລາເກືອບ 10 ປີມານີ້, ຍອດມູນຄ່າການຄ້າລະຫວ່າງປະເທດສະມາຊິກ ໄດ້ເພີ່ມຂຶ້ນເກືອບທົບເທົ່າ, ລວມຍອດຜະລິດຕະພັນພາຍໃນ ຫຼືGDP ຂອງບັນດາປະເທດໄດ້ເພີ່ມຂຶ້ນຈາກ 1.600 ຕື້ໂດລາເປັນ 2.500 ຕື້ໂດລາ.