ປີ 2023 ຫວຽດນາມດຶງດູດການລົງທຶນຈາກຕ່າງປະເທດໄດ້ເກືອບ 36,6 ຕື້ໂດລາ

37

VOVWORLD ລາຍງານວ່າ: ກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ລາຍງານວ່າ ໄລ່ມາຮອດວັນທີ 20 ທັນວາ 2023 ຍອດທຶນຈົດທະບຽນການລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸ 36,6 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 32% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

อาจเป็นรูปภาพของ แสงอาทิตย์ลับขอบฟ้า และ ตึกระฟ้า

ໃນນັ້ນ, ການເບີກຈ່າຍການລົງທຶນຕົວຈິງບັນລຸເກືອບ 23,2 ຕື້ໂດລາສະຫະລັດ ຊຶ່ງແມ່ນລະດັບການເບີກຈ່າຍສູງສຸດຂອງ ຫວຽດນາມ. ເງິນລົງທຶນຕ່າງປະເທດສືບຕໍ່ສຸມໃສ່ບັນດາແຂວງ, ນະຄອນທີ່ມີທ່າແຮງໃນການດຶງດູດການລົງທຶນຕ່າງປະເທດຄື ນະຄອນ ໂຮ່ຈິມິນ, ຫາຍຟອງ, ກວາງນິງ, ບັກຢາງ, ຖາຍບິງ, ຮ່າໂນ້ຍ, ບັກນິງ, ເງ້ອານ, ບິ່ງເຢືອງ ແລະ ດົງນາຍ.

ປີ 2023, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂະແໜງການໃນຍອດຈຳນວນ 21 ຂະແໜງເສດຖະກິດແຫ່ງຊາດ. ໃນນັ້ນ, ຂະແໜງອຸດສາຫະກຳປຸງແຕ່ງ, ການປະດິດສ້າງໄດ້ນຳໜ້າດ້ວຍຍອດເງິນລົງທຶນບັນລຸກວ່າ 23,5 ຕື້ໂດລາສະຫະລັດ; ຂະແໜງອະສັງຫາລິມະຊັບຢືນອັນດັບທີ 2 ດ້ວຍຍອດເງິນລົງທຶນເກືອບ 4,67 ຕື້ໂດລາສະຫະລັດ.

ປີ 2023, ມີ 111 ປະເທດ ແລະ ເຂດແຄວ້ນ ເຂົ້າມາລົງທຶນຢູ່ ຫວຽດນາມ, ໃນນັ້ນ ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນກວ່າ 6,8 ຕື້ໂດລາສະຫະລັດ, ຖັດມາແມ່ນ ຍີ່ປຸ່ນ, ຈີນ, ສ.ເກົາຫຼີ.