ໂອກາດມາແລ້ວ ສຕລ ເປີດຮັບສະໝັກກໍາມະການຕັດສິນບານເຕະ LFF REFEREES ACADEMY

45

ຖືວ່າເປັນຂ່າວດີເລີຍສໍາລັບ ຜູ້ທີ່ຮັກມັກໃນການເປັນກໍາມະການຕັດສິນບານເຕະ ເມື່ອ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດຮັບສະໝັກ ກໍາມະການຕັດສິນບານເຕະ ເຂົ້າໃນໂຄງການ LFF REFEREES ACADEMY ເຊິ່ງຈະໄດ້ສິດທີພິເສດຄັດເລືອກເຂົ້າໂຄງການຂອງ ສະຫະພັນບານເຕະອາຊີ.

ສະຫະພັນບານເຕະແຫ່ງຊາດລາວ ປະກາດຜ່ານເພຈ໌ບຸກທາງການວ່າ: ປະກາດຮັບສະໜັກກໍາມະການຕັດສິນບານເຕະ ໃນໂຄງການ LFF REFEREES ACADEMY ສໍາລັບໂຄງການດັ່ງກ່າວແມ່ນຈະໃຊ້ເວລາ 4 ປີ ເລີ່ມແຕ່ປີ 2024 ຫາ 2027 ຫລັງຈາກສໍາເລັດໂຄງການແມ່ນຈະໄດ້ຄັດເລືອກເອົາກໍາມະການຕັດສິນໃນໂຄງການ LFF REFEREES ACADEMY ເຂົ້າຮ່ວມໂຄງການຂອງສະຫະພັນບານເຕະອາຊີ ຫຼື AFC Referees Academy ປີ 2028 – 2030 ເພື່ອຄັດເລືອກໄປເປັນກໍາມະການຕັດສິນລະດັບອາຊີບ ຫລື AFC Elist.

ສໍາລັບ ວັນເວລາເປີດຮັບສະໜັກວັນທີ 2-25 /1/2024 ແລະ ວັນທີຄັດເລືອກແມ່ນ ວັນທີ 26/1/2024 ທີ່ ສະຫະພັນບານເຕະແຫ່ງຊາດລາວ ເລີ່ມແຕ່ເວລາ 14:00 ໂມງ ໂດຍເງື່ອນໄຂການສະໝັກ:
-ທ່ານຍິງ-ຊາຍ
-ອາຍຸລະຫວ່າງ 17-25 ປີ
-ເປັນຄົນທີ່ມີສຸດຂະພາບແຂງແຮງ
-ມີໃຈມັກການເປັນກໍາມະການຕັດສິນ
ສໍາລັບ ທ່ານໃດສົນໃຈສາມາດປະກອບແບບຟອມສະໜັກເພື່ອລົງທະບຽນເຂົ້າຮ່ວມໃນໂຄງການ ສາມາດລົງທະບຽນໄດ້ທາງອອນລາຍໃນເພຈ໌ຂອງ ສະຫະພັນບານເຕະແຫ່ງຊາດລາວ “ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation (Lao Football Federation) ”.