ຄາດ ລາຄາກາເຟມີທ່າອ່ຽງເພີ່ມຂຶ້ນ

38

ສຳນັກຂ່າວຊິນຫົວລາຍງານວ່າ ສະມາຄົມກາເຟ ແລະ ໂກໂກ້ຂອງຫວຽດນາມຄາດການວ່າ ລາຄາກາເຟຂອງຫວຽດນາມມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງໃນປີ 2024 ເນື່ອງຈາກຂາດແຄນອຸປະທານ ( ການສະໜອງ ) ຢ່າງຮຸນແຮງ, ແຕ່ລາຄາກາເຟທີ່ສູງຂຶ້ນ ອາດເປັນອຸປະສັກຕໍ່ຜູ້ປະກອບການສົ່ງອອກ ໃນການເກັບຊື້ ຫຼື ລວບລວມຜົນຜະລິດໃຫ້ໄດ້ຕາມສັນຍາສັ່ງຊື້ທີ່ໄດ້ລົງນາມໄປແລ້ວ.

ທັງນີ້ ສະມາຄົມກາເຟ ແລະ ໂກໂກ້ຂອງຫວຽດນາມປະເມີນວ່າ ປະລິມານກາເຟທີ່ຂາດແຄນ ໃນສັນຍາທີ່ລົງນາມແລ້ວນັ້ນ ຈະຢູ່ທີ່ປະມານ 80.000-150.000 ໂຕນ ເຊິ່ງຈະຕ້ອງໄດ້ລໍຖ້າລະດູເກັບກູ້ຖັດໄປ ຈຶ່ງຈະພຽງພໍຕໍ່ການສົ່ງມອບ.

ຄວາມຜັນຜວນຂອງລາຄາກາເຟບໍ່ສາມາດຄາດການໄດ້ ຈຶ່ງເຮັດໃຫ້ມີບັນຫາໃນການສົ່ງອອກ ໂດຍຜູ້ສົ່ງອອກຂອງຫວຽດນາມຫຼາຍບໍລິສັດ ບໍ່ສາມາດຈັດສົ່ງໃຫ້ຄົບຖ້ວນຕາມເວລາທີ່ກຳນົດໄວ້ ເຊິ່ງສາເຫດສ່ວນຫນຶ່ງມາຈາກ ຊາວກະສິກອນໄດ້ກັກຕຸນຜົນຜະລິດໄວ້ ນັບແຕ່ປີ 2022 ຈົນມາຮອດປັດຈຸບັນ.

ອີງຕາມຂໍ້ມູນຈາກກົມໃຫຍ່ພາສີຂອງຫວຽດນາມ ລະບຸວ່າ: ນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2023 ຫວຽດນາມສົ່ງອອກກາເຟ ບັນລຸປະມານ 1,38 ລ້ານກວ່າໂຕນ, ມູນຄ່າ 3.540 ລ້ານໂດລາສະຫະລັດ.