ການສົ່ງອອກນ້ຳມັນຂອງຣັດເຊຍ ໄປຈີນ ແລະ ອິນເດຍເພີ່ມຂຶ້ນ 40 – 50%

27

ສຳນັກຂ່າວ AFP ລາຍງານວ່າ ທ່ານ ອາເລັກຊານເດີ ໂນວັກ ຮອງນາຍົກລັດຖະມົນຕີຣັດເຊຍ ຜູ້ຊີ້ນຳວຽກງານພະລັງງານ ເປີດເຜີຍວ່າ ໃນອະດີດການສົ່ງອອກນ້ຳມັນຂອງຣັດເຊຍໄປຍັງສະຫະພາບເອີຣົບກວມເອົາ 40-50%, ແຕ່ໃນປີ 2023 ຄາດວ່າ ຈະຢູ່ທີ່ປະມານ 5-6% ເທົ່ານັ້ນ, ໃນຂະນະດຽວກັນກໍຄາດວ່າ ການສົ່ງອອກນ້ຳມັນໄປຍັງຕະຫຼາດຈີນ ເພີ່ມຂຶ້ນ 40-50% ໃນປີນີ້, ໃນຂະນະທີ່ອິນເດຍກໍໄດ້ກາຍເປັນໜຶ່ງໃນລູກຄ້າລາຍໃຫຍ່ທີ່ສຸດຂອງຣັດເຊຍ ຈາກເມື່ອກ່ອນນຳເຂົ້ານ້ຳມັນຣັດເຊຍພຽງເລັກນ້ອຍ, ແຕ່ປີນີ້ ເພີ່ມຂຶ້ນເຖິງ 40%.

ທັງນີ້ ລັດຖະບານຣັດເຊຍ ຄາດການວ່າ ການສົ່ງອອກນ້ຳມັນ ແລະ ແກັສທຳມະຊາດໃນປີນີ້ ຄາດວ່າປະມານ 9 ລ້ານລ້ານ ຣູເບີລ (ຣຸບ) ເຊິ່ງຢູ່ໃນລະດັບດຽວກັນກັບກ່ອນເກີດ ຄວາມຂັດແຍ່ງກັບອູແກຣນ ເມື່ອທ້າຍເດືອນກຸມພາ 2021.

ປັດຈຸບັນອຸດສາຫະກຳນ້ຳມັນ ແລະ ແກັສທຳມະຊາດຂອງຣັດເຊຍກວມເອົາ 27% ຂອງ GDP ແລະ ມີລາຍຮັບຈາກການສົ່ງອອກກວມເອົາ 57% ຂອງການສົ່ງອອກທັງຫມົດຂອງຣັດເຊຍ.