ຂົ້ວເຫັດລວມມິດເມນູກິນງ່າຍໆ ແຕ່ແຊບໆ

39

ເຫັດ ເປັນພືດຜັກຊະນິດໜຶ່ງທີ່ສາມາດເຮັດກິນໄດ້ຫຼາຍເມນູ ແລະ ດີຕໍ່ລະບົບຍ່ອຍອາຫານ ເຊິ່ງມື້ນີ້ແອັດມິນຈະພາທ່ານມາເຮັດເມນູຂົ້ວເຫັດກິນ ເຊິ່ງສາມາດເຮັດກິນເອງໄດ້ຢູ່ເຮືອນ.

อาจเป็นรูปภาพของ เห็ดหอม และ ราเมน

▶ ວັດຖຸດິບ: ເຫັດນາງຟ້າ, ເຫັດເຂັມ ຫຼື ເຫັດຊະນິດອື່ນກໍເອົາມາໃສ່ນຳກັນໄດ້, ຫົວຜັກທຽມ ປະມານ 5 – 7 ກີບ, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ 3 ໜ່ວຍ ຖ້າມັກເຜັດຫຼາຍກໍສາມາດໃສ່ໄດ້, ຊັອດຫອຍນາງໂຣມ 1 ບ່ວງແກງ, ຂີງ 1 ຂໍ້, ແປ້ງນົວ ຫຼື ຖ້າບໍ່ມັກນົວໃສ່ຄະນໍແທນກໍໄດ້, ນໍ້າມັນພືດ, ພິກໄທດຳປົ່ນ, ສະອິວ, ຫອມປ້ອມ ແລະ ຫອມບົ່ວ ໄລຍະນີ້ແມ່ນຜັກຖືກແອັດກໍຈະໃສ່ຫຼາຍໆແດ່.

▶ ວິທີເຮັດ: ນຳເອົາເຫັດທີ່ຊື້ມາຕັດຕີນແລ້ວລ້າງນໍ້າໃຫ້ສະອາດ, ຈາກນັ້ນມາທຸບ ຫຼື ຖ້າມັກມຸ່ນກໍໃຊ້ຄົກຕຳເອົາເລີຍ ຫົວຜັກທຽມ, ໝາກເຜັດ ແລະ ຂີງ ໃຫ້ລະອຽດ, ຈາກນັ້ນກໍຄ້າງໝໍ້ໃສ່ນໍ້າມັນພືດລົງໄປປະມານ 1,5 ບ່ວງແກງ ແລ້ວຂົ້ວເຄື່ອງທີ່ຕຳໄວ້ໃຫ້ຫອມແລ້ວນຳເຫັດທີ່ລ້າງປະສົມກັນນັ້ນມາລົງຂົ້ວ ແລ້ວປິດຝາໝໍ້ໄວ້ ກະວ່າເຫັດໃກ້ສຸກແລ້ວໃຫ້ຄົນປີ້ນ ພ້ອມໃສ່ຄະນໍ ຫຼື ແປ້ງນົວ, ຊັອດຫອຍນາງໂຣມ, ສະອິວ ພ້ອມຊີມລົດຊາດປຸງຕາມໃຈມັກແລ້ວປິດຝາໝໍ້ອີກເລັກໜ້ອຍໃຫ້ເຫັດສຸກ ແລ້ວໃສ່ພິກໄທດຳລົງ    ( ອາດຈະຕັດດ້ວຍນໍ້າຕານເລັກໜ້ອຍກໍໄດ້ ), ຈາກນັ້ນກໍຊອຍຫອມປ້ອມ ແລະ ຫອມບົ່ວລົງ ເທົ່ານີ້ກໍສຳເລັດແລ້ວ.