ເທສະການປີໃໝ່ ການທ່ອງທ່ຽວຂອງຈີນຄຶກຄັກ

24

ເວບໄຊ https://www.globaltimes.cn/ ລາຍງານວ່າ: ທ່າມກາງອາກາດໜາວເຢັນ, ວັນພັກເທສະການປີໃໝ່ກຳລັງຍັບເຂົ້າມາ ເຖິງວ່າອຸນຫະພູມຈະຕໍ່າລົງສູ່ລະດັບຕໍ່າສຸດໃນຫຼາຍພື້ນທີ່ ແຕ່ຄວາມກະຕືລືລົ້ນໃນການເດີນທາງ ແລະ ການບໍລິໂພກໃນຈີນ ກໍຍັງຮ້ອນແຮງຂຶ້ນຢ່າງໄວວາ ໂດຍໄດ້ປ່ຽນ “ຊັບພະຍາກອນເຢັນ” ໃຫ້ມາເປັນ “ເສດຖະກິດຮ້ອນ” .

ລາຍງານລະບຸວ່າ: ຜູ້ຊ່ຽວຊານ ຕັ້ງຂໍ້ສັງເກດວ່າ ເສດຖະກິດຈີນ ຍັງສືບຕໍ່ຢູ່ໃນວິຖີຂອງການຟື້ນຕົວແບບເລັ່ງໂຕ ໂດຍມີປັດໄຈຂັບເຄື່ອນການເຕີບໂຕໃໝ່ໆເກີດຂຶ້ນຢ່າງຕໍ່ເນື່ອງ ເຊິ່ງຊ່ວຍກະຕຸ້ນຈຸດຢືນທີ່ດີໃນປີ 2024.

ຂໍ້ມູນຈາກແພລັດຟອມການທ່ອງທ່ຽວຫຼັກໆຂອງຈີນ ໄດ້ບົ່ງຊີ້ເຖິງການຟື້ນຕົວຢ່າງກວມລວມ ສຳລັບການທ່ອງທ່ຽວທັງໝົດພາຍໃນປະເທດ ແລະ ຂ້າມຊາຍແດນ ມີຫຼາຍຈຸດໝາຍປາຍທາງທີ່ຍອດນິຍົມໃນຈີນສຳລັບການເດີນທາງໃນປີໃໝ່ ເຊິ່ງປະລິມານການຈອງຜະລິດຕະພັນດ້ານການທ່ອງທ່ຽວ ມີການເຕີບໂຕແບບກ້າວກະໂດດທ່າມກາງອາກາດທີ່ໜາວເຢັນ.

ໂຮງແຮມນ້ອຍທີ່ມີຊື່ວ່າ Shirton Inn ຢູ່ໃກ້ກັບຣີສອດ Nanshan Ski Resort ໃນປັກກິ່ງ ແຖວເຂດຊານເມືອງ Miyun ໄດ້ເຜີຍຂໍ້ມູນວ່າຫ້ອງພັກທັງໝົດຂອງໂຮງແຮມໄດ້ຖືກຈອງຫມົດແລ້ວ ແຕ່ວັນທີ 29-31 ທັນວາ 2023. ຂະນະທີ່ Nanshan Ski Resort ໄດ້ເປີດເຜີຍການຄາດການວ່າ ຈະມີຜູ້ຄົນຫຼັ່ງໄຫຼເຂົ້າມາເກີນ 2.500 ຄົນຕໍ່ວັນ ເຊິ່ງຈະມີທັງນັກທ່ອງທ່ຽວຕ່າງຊາດ ໂດຍຄາດວ່າຜູ້ມາທ່ຽວຊົມລະດູຫິມະປີ 2023-2024 ເພີ່ມຂຶ້ນ 30-40% ເມື່ອທຽບກັບໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ຕາມຂໍ້ມູນທີ່ເຜີຍແຜ່ໂດຍສຳນັກງານສະຖິຕິແຫ່ງຊາດຈີນ (NBS) ກໍລະບຸວ່າ: ອຸດສາຫະກຳບໍລິການມີການເຕີບໂຕຢ່າງວ່ອງໄວໃນເດືອນພະຈິກ ໂດຍດັດຊະນີການຜະລິດບໍລິການລະດັບຊາດ ເຕີບໂຕປີຕໍ່ປີຢູ່ທີ່ 9,3% ໄດ້ເພີ່ມຂຶ້ນອີກ 1,6 ຈຸດ ເທື່ອທຽບກັບເດືອນຕຸລາ.

ໃນໄລຍະ 3 ໄຕມາດປີ 2023 ຍອດຄ້າຍ່ອຍສິນຄ້າອຸປະໂພກ-ບໍລິໂພກຂອງຈີນຢູ່ທີ່ 34,2 ລ້ານໆຢວນ (4,79 ລ້ານໆໂດລາ) ເພີ່ມຂຶ້ນ 6,8% ເມື່ອທຽບກັບປີຜ່ານມາ; ຄ່າໃຊ້ຈ່າຍການບໍລິໂພກຂັ້ນສຸດທ້າຍມີສ່ວນເຮັດໃຫ້ການເຕີບໂຕທາງເສດຖະກິດ ທີ່ 93,2% ໃນ 3 ໄຕມາດ ເຊິ່ງມີສ່ວນເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຢູ່ທີ່ 4,4% ແລະ ສະເພາະໃນໄຕມາດ 3 ປີ 2023 ພຽງໄຕມາດດຽວ ລາຍຈ່າຍການບໍໂພກຂັ້ນສຸດທ້າຍ ມີສ່ວນສະໜັບສະໜູນການເຕີບໂຕທາງເສດຖະກິດເຖິງ 94,8%.