ເຮັດຊີ້ນແດດດຽວ ໄວ້ກິນເອງ

50

ຊີ້ນແຫ້ງ ຫຼື ຊີ້ນແດດດຽວ ສາມາດເຮັດໄດ້ທັງຊີ້ນໝູ, ງົວ, ຄວາຍ ມື້ນີ້ເຮົາຈະພາທ່ານມາເຮັດຊີ້ນໝູແຫ້ງແດດດຽວໄວ້ກິນເອງ ເພື່ອ ຄວາມສະດວກຂອງທ່ານ.

▶ວັດຖຸດິບ: ຊີ້ນໝູກ້ອນ, ພິກໄທດຳ, ເກືອ, ແປ້ງນົວ, ນໍ້າຕານ, ຫົວຫອມບົ່ວ ແລະ ຫົວຜັກທຽມ, ຊັອດຫອຍນາງໂຣມ ຖ້າບໍ່ມີໃສ່ສະອິວແມັກກີ້ກໍໄດ້, ຮາກຫອມປ້ອມ.

ไม่มีคำอธิบายรูปภาพ

▶ວິທີເຮັດ: ລ້າງຊີ້ນໝູໃຫ້ສະອາດແລ້ວໄປວາງໄວ້ໃຫ້ສະເດັດນໍ້າ ຈາກນັ້ນມາປາດເປັນຕ່ອນຄືຊີ້ນຫຼອດໄວ້. ຈາກນັ້ນມາຕຳພິກໄທດຳ, ເກືອ, ແປ້ງນົວ, ນໍ້າຕານ, ຮາກຫອມປ້ອມ, ຫົວຫອມບົ່ວ ແລະ ຫົວຜັກທຽມໃຫ້ເຂົ້າກັນລະອຽດ, ຈາກນັ້ນກໍມາຊາວໃສ່ຊີ້ນ ຕາມດ້ວຍສະອິວ ຫຼື ຊັອດຫອຍກໍໄດ້ ( ສາມາດເອົາລີ້ນແຈະຊີມລົດຊາດໄດ້ ຖ້າຈາງກໍຕື່ມເກືອໄດ້.

ຈາກນັ້ນກໍນຳໄປລຽນຢາຍໃສ່ພາເຂົ້າ ປົກດ້ວຍຕາໜ່າງຂຽວ ເພື່ອກັນແມງວັນ ແລ້ວເອົາໄປຕາກ ປະມານ 1 – 2 ຊົ່ວໂມງ ກໍໄປປີ້ນດ້ານມັນ ຕາກອີກ 1 – 2 ຊົ່ວໂມງ ກໍສາມາດກູ້ໄດ້ ເອົາມາໃສ່ກັບ ຫຼື ກ່ອງໄວ້ແລ້ວເອົາເຂົ້າຕູ້ເຢັນຊ່ອງແຂງ ເພື່ອເກັບໄວ້ກິນດົນໄດ້ ເວລາຈະກິນເອົາມາເຮັດຈືນ, ປີ້ງ ຫຼື ຕັດຕ່ອນເຮັດເອາະກໍໄດ້.

ໂດຍ: ນົກແຕນແວນ