ຕົ້ມເຂົ້າປຽກເຂົ້າແບບງ່າຍ ເພື່ອສຸຂະພາບ

24

ເຂົ້າປຽກເຂົ້າ ເປັນເມນູທີ່ຫຼາຍຄົນມັກກິນໃນຕອນເຊົ້າ ເພາະເປັນອາຫານເບົາ ແລະ ຍ່ອຍງ່າຍ, ສາມາດຕົ້ມໃສ່ຊີ້ນຫຍັງກໍໄດ້ ແລະ ຜັກກໍສາມາດໃສ່ໄດ້ຫຼາຍ ເພື່ອສຸຂະພາບ. ມື້ນີ້ຄໍລຳອາຫານຈະພາທ່ານມາຕົ້ມເຂົ້າປຽກເຂົ້າແບບງ່າຍໆ ເພື່ອສຸຂະພາບ ໄວ້ກິນກັບຄົນໃນຄອບຄົວ.

▶ ວັດຖຸດິບ: ເຂົ້າຈ້າວ 2 ຈອກນ້ອຍ ແລະ ກໍ່າ ( 1 ກຳ ມື ), ຂີງ, ຫົວຫອມບົ່ວ, ຫອມຜັກທຽມ, ຫອມປ້ອມ, ຫອມບົ່ວ, ຈຽວຫົວຫອມບົ່ວ ຫຼື ຈຽວຫົວຜັກທຽມ, ພິກໄທດຳ, ນໍ້າສະອິວ, ເກືອ, ຄະນໍ, ແປ້ງນົວ, ນໍ້າຕານ, ໝາກເຜັດປົ່ນ ຫຼື ໝາກເຜັດປົ່ນຈຽວ, ຊີ້ນໝູບົດ ຫຼື ຈະໃສ່ຊີ້ນຫຍັງກໍໄດ້ຕາມທີ່ທ່ານມັກ ແລະ ສ່ວນຜັກ ( ປະເພດເຫັດຫູໜູ ຫຼື ເຫັດຫອມກໍໄດ້, ກະຣົດ, ບຣັອກໂຄລີ, ດອກຜັກກາດຂາວ, ສາຫຼ່າຍ, ໄຂ່… ແລ້ວແຕ່ສະດວກ ).

▶ວິທີເຮັດ: ນຳເຂົ້າໄປລ້າງແລ້ວຫູງເຮັດນໍ້າໜ້ອຍ ເມື່ອເຂົ້າສຸກແລ້ວ ຈາກນັ້ນຄົນໃຫ້ສະຫຼາຍຈາກກັນ. ພ້ອມນີ້ກໍມາທຸບຫົວຫອມບົ່ວ 1 ຫົວ, ຫົວຜັກທຽມ 2 ກີບ ແລະ ຫົວຂີງຂົ້ວໃສ່ກັບຊີ້ນໝູບົດ ເມື່ອຊີ້ນສຸກໝາດແລ້ວກໍຕື່ມນໍ້າລົງ ພ້ອມໃສ່ເກືອ, ແປ້ງນົວ ( ໜ້ອຍດຽວ ), ຄະນໍ ( ບໍ່ໃສ່ກໍໄດ້ ), ຈາກນັ້ນກໍນຳສາຫຼ່າຍແຫ້ງມາຕັດສັ້ນໆຕົ້ມລົງຈົນກວ່າສາຫຼ່າຍຈະສຸກ ຈາກນັ້ນກໍເອົາເຫັດລົງ ເຊິ່ງມື້ນີ້ແອັດໃຊ້ເປັນເຫັດຫອມສົດ ແລະ ສາຫຼ່າຍແຫ້ງຈາກປະເທດເກົາຫຼີ ( ສາມາດຊື້ໄດ້ຢູ່ມິນິມາກກັອກກັອກ Kokkok M Mart ທຸກສາຂາ ).

ເມື່ອທຸກຢ່າງສຸກແລ້ວໃຫ້ຊີມເບິ່ງນໍ້າຊຸບ ເຮັດໃຫ້ມີລົດຊາດເຄັມພັດລີ້ນໜ້ອຍໜຶ່ງ ຈາກນັ້ນກໍເອົາເຂົ້າຈ້າວລົງໄປຄົນໃຫ້ລະລາຍແຕກອອກຈາກກັນ ເມື່ອໝໍ້ຟົດແລ້ວໃຫ້ປົງໄດ້. ເທົ່ານີ້ທ່ານກໍໄດ້ເຂົ້າປຽກເຂົ້າກິນແລ້ວ ຈາກນັ້ນຊອຍຫອມ ພ້ອມປຸງລົດຊາດຕາມໃຈມັກໄດ້ເລີຍດ້ວຍ: ຈຽວຫົວຫອມບົ່ວ ຫຼື ຈຽວຫົວຜັກທຽມ, ພິກໄທດຳ, ນໍ້າສະອິວ, ນໍ້າຕານ, ໝາກເຜັດປົ່ນ ຫຼື ໝາກເຜັດປົ່ນຈຽວ ( ຖ້າມັກໝາກນາວກໍໃສ່ໄດ້ ).