ສາວໆໂອກາດມາອີກແລ້ວ! ເປີດຮັບສະໝັກແລ້ວ ນາງສາວດອກງິ້ວບານ 2024

82

ງານນີ້ສາວໆບໍ່ໄດ້ພັກເລີຍ ອີກໜຶ່ງເວທີທີ່ຈະເປີດໂອກາດໃຫ້ກັບສາວງາມໄດ້ສະແດງຄວາມຮູ້ຄວາມສາມາດ ບອກເລີຍສາວງາມທີ່ມີຄວາມຝັນບໍ່ຄວນພາດ ເປີດໂອກາດໃຫ້ກັບຕົນເອງໄດ້ສະແດງສັກກະຍະພາບ ແລະ ຄວາມງາມບໍ່ວ່າຈະເປັນຮູບຮ່າງ ໜ້າຕາ ກິລິຍາມາລະຍາດ ງານນີ້ເວທີນາງສາວດອກງິ້ວບານ ເປີດໂອກາດໃຫ້ແລ້ວ ຟ້າວສະໝັກກັນຫຼາຍໆເດີ.

อาจเป็นรูปภาพของ 1 คน และ ข้อความ

ສາວໆກຽມຕົວໃຫ້ພ້ອມສຳລັບນາງສາວທີ່ມີເງື່ອນໄຂໃນການປະກວດແມ່ນຕ້ອງປະກອບມີ: 1.ໂສດ ແລະ ບໍ່ເຄີຍຜ່ານການມີລູກມາກ່ອນ, 2. ມີອາຍຸ 17 -25 ປີ, 3. ມີຄວາມສູງບໍ່ຕໍ່າກວ່າ 160 ຊັງຕີແມັດຂຶ້ນໄປ, 4. ແມ່ຍິງທີ່ອາໄສຢູ່ຕ່າງແຂວງ 5 – 10 ປີ ແຕ່ເກີດຢູ່ແຂວງບໍ່ແກ້ວ ຂຶ້ນສຳມະໂນຄົວຢູ່ແຂວງບໍ່ແກ້ວ ກໍສາມາດສະໝັກໄດ້, 5. ແມ່ຍິງທີ່ເປັນຄົນຕ່າງແຂວງ ແຕ່ຫາກໍຍົກຍ້າຍສຳມະໂນຄົວມາຢູ່ແຂວງບໍ່ແກ້ວ ພາຍໃນ 1 – 2 ປີ ກໍສາມາດສະໝັກໄດ້, 6. ແມ່ຍິງຕ່າງແຂວງ ( ສຳມະໂນຄົວຕ່າງແຂວງ ) ແຕ່ມາດໍາລົງຊີວິດ, ຮຽນ ຫຼື ເຮັດວຽກຢູ່ພາຍໃນແຂວງບໍ່ແກ້ວ ໃນເວລາ 9 – 10 ປີ ກໍສາມາດສະໝັກໄດ້, 7. ເປັນບຸກຄົນທີ່ມີປະຫວັດດີ ເຊັ່ນ: ບໍ່ເຄີຍຖ່າຍຮູບ ຫຼື ວີດີໂອລາມົກອະນາຈານທຸກໆສື່ພິມ ຫຼືທາງ social media, ບໍ່ເຄີຍກະທໍາການຄ້າປະເວນີ.

ສຳລັບນາງສາວທີ່ມີເງື່ອນໄຂຄົບຖ້ວນ ສາມາດສອບຖາມເພື່ອຮັບໃບສະໝັກທີ່ເບີ 020 5592 2977 ຫຼື ດາວໂຫຼດໃບສະໝັກເພື່ອຂຽນ ແລ້ວສົ່ງທີ່ຫ້ອງການຊາວໜຸ່ມແຂວງ ບໍ່ແກ້ວ ຕັ້ງແຕ່ມື້ນີ້ຈົນເຖິງວັນທີ 4 ມັງກອນ 2024 ຮອບຄັດເລືອກ ວັນທີ 6ມັງກອນ 2024 ທີ່ຫໍວັດທະນະທຳແຂວງບໍ່ແກ້ວ ນັ້ນເອງ.

ສໍາລັບການປະກວດນາງສາວດອກງິ້ວບານໃນປີນີ້ ລາງວັນຢ່າງຫຼາກຫຼາຍລາຍການກັນເລີຍ ບໍ່ວ່າຈະເປັນເພື່ອຊີງເງິນລາງວັນດັ່ງນີ້: ລາງວັນຊະນະເລີດອັນດັບທີໜຶ່ງ ເງິນສົດ 100 ລ້ານກີບ ພ້ອມດ້ວຍມົງກຸດ ແລະ ລົດຈັກ 1 ຄັນ, ລາງວັນອັນດັບທີສອງ ເງິນສົດ 70 ລ້ານກີບ, ລາງວັນອັນດັບທີສາມ ເງິນສົດ 50 ລ້ານກີບ, ລາງວັນອັນດັບທີສີ່ ເງິນສົດ 30 ລ້ານກີບ, ນາງສາວທີ່ບໍ່ໄດ້ຮັບຕຳແໜ່ງ ຈະໄດ້ຮັບລາງວັນຊົມເຊີຍ 16 ນາງສາວ ລາງວັນລະ 10 ລ້ານກີບອີກດ້ວຍ.

ພົບກັບການປະກວດ ນາງສາວດອກງິ້ວບານ ເວທີທີ່ຊົງຄຸນຄ່າ ຄຽງຄູ່ວັດທະນະທຳທ້ອງຖິ່ນ ພ້ອມກັບການສະເຫຼີມສະຫຼອງເທສະການດອກງິ້ວບານ ປະຈໍາປີ 2024.

ເປີດຮັບສະໝັກໄວໆນີ້ ຕິດຕາມກິດຈະກຳເຄື່ອນໄຫວໄດ້ທີ່ ເພຈຫຼັກ ເພຈໃໝ່ ຂອງນາງສາວດອກງິ້ວບານໄດ້ເລີຍ.