ສັດສ່ວນເງິນໂດລາສະຫະລັດ ໃນຄັງສຳຮອງທົ່ວໂລກຫຼຸດລົງ

66

ສຳນັກຂ່າວບລູມເບີກລາຍງານວ່າ ກອງທຶນການເງິນລະຫວ່າງປະເທດ (IMF) ເປີດເຜີຍວ່າ ສັດສ່ວນຂອງເງິນໂດລາສະຫະລັດໃນຄັງສຳຮອງເງິນຕາຕ່າງປະເທດຂອງທະນາຄານກາງທົ່ວໂລກຫຼຸດລົງໃນໄຕມາດ 3 ຂອງປີນີ້, ຂະນະທີ່ການຖືຄອງເງິນເຢນຂອງຍີ່ປຸ່ນເພີ່ມຂຶ້ນ.

IMF ເປີດເຜີຍທຶນສຳຮອງອັດຕາແລກປ່ຽນເງິນຕາຕ່າງປະເທດຢ່າງເປັນທາງການ (Currency Composition of Official Foreign Exchange Reserves – COFER) ລະບຸວ່າ: ສະກຸນເງິນໂດລາສະຫະລັດມີສັດສ່ວນກວມເອົາ 59,2% ໃນຄັງສຳຮອງເງິນຕາຕ່າງປະເທດທົ່ວໂລກໃນໄຕມາດ 3 ຂອງປີ 2023 ຫຼຸດລົງຈາກ 59,4% ໃນໄຕມາດ 2 ເຊິ່ງເປັນລະດັບຕ່ຳສຸດ ນັບແຕ່ໄຕມາດສຸດທ້າຍຂອງປີຜ່ານມາ.

ໃນຂະນະທີ່ສະກຸນເງິນເອີໂຣ ໃນຄັງສຳຮອງເງິນຕາຕ່າງປະເທດຫຼຸດລົງເລັກໜ້ອຍຢູ່ໃນລະດັບ 19,6% ຈາກ 19,7%, ໃນຂະນະທີ່ສັດສ່ວນຂອງສະກຸນເງິນເຢນຂອງຍີ່ປຸ່ນ ເພີ່ມຂຶ້ນເປັນ 5,5% ຈາກ 5,3% ໃນໄຕມາດ 2 ຂອງປີນີ້. ສ່ວນສະກຸນເງິນຢວນຂອງຈີນ, ປອນຂອງອັງກິດ, ໂດລາອົດສະຕຣາລີ, ໂດລາການາດາ ລວມທັງເງິນຟຣັງຂອງສະວິດນັ້ນ ເກືອບວ່າ ບໍ່ປ່ຽນແປງ, ຂະນະທີ່ສັດສ່ວນຂອງກຸ່ມສະກຸນເງິນອື່ນໆ ເພີ່ມຂຶ້ນເປັນ 3,9% ຈາກ 3,6% ໃນໄຕມາດ 2 ຂອງປີນີ້.

ທັງນີ້ ໂດລາສະຫະລັດ ເປັນສະກຸນເງິນໃນຄັງສຳຮອງຂອງທະນາຄານກາງເປັນສ່ວນໃຫຍ່ໃນທົ່ວໂລກ ເນື່ອງຈາກມີຄວາມເຂັ້ມແຂງ ແລະ ມີສະຖຽນລະພາບໃນຕະຫຼາດໂລກນັ້ນ ເງິນໂດລາກໍໄດ້ຫຼຸດຄວາມສຳຄັນລົງຢ່າງຄ່ອຍເປັນຄ່ອຍໄປ ນັບແຕ່ປີ 2010 ເປັນຕົ້ນມາ ເຊິ່ງໃນເວລານັ້ນເງິນໂດລາສະຫະລັດມີສັດສ່ວນໃນຄັງສຳຮອງເງິນຕາຕ່າງປະເທດທົ່ວໂລກກວມເອົາຫຼາຍກວ່າ 70%.