ລາຍໄດ້ຂອງລັດຖະບານອິນໂດເນເຊຍ ບັນລຸ 96,8% ຂອງແຜນປີ 2023

24

ເວບໄຊ https://jakartaglobe.id/ ລາຍງານວ່າ: ລາຍໄດ້ສະສົມຂອງລັດຖະບານອິນໂດເນເຊຍ ສູງເຖິງ 2.553 ລ້ານໆ ຣູເປຍ (164,8 ຕື້ໂດລາ) ຄິດເປັນ 96,8% ຂອງແຜນການປີ 2023.

ໃນໄລຍະທໍາອິດ ຕົວເລກດັ່ງກ່າວ ເກີນເປົ້າໝາຍປະຈໍາປີ ທີ່ລະບຸໄວ້ໃນປີງົບປະມານແຫ່ງລັດເບື້ອງຕົ້ນ 103,7%. ຢ່າງໃດກໍຕາມ ປະທານາທິບໍດີ ໂຈໂຄ ວິໂດໂດ ( Joko Widodo) ຂອງອິນໂດເນເຊຍ ພາຍຫຼັງອອກກົດລະບຽບພາສີ ເພື່ອຍົກລະດັບເປົ້າໝາຍເປັນ 2.637,2 ລ້ານໆ ຣູເປຍ ກໍໄດ້ມີຕົວເລກດັ່ງກ່າວ.

ຂໍ້ມູນຫຼ້າສຸດ, ກະຊວງການເງິນຂອງອິນໂດເນເຊຍ ລະບຸວ່າ: ລາຍໄດ້ຈາກພາສີ ມີມູນຄ່າ 1.739,8 ລ້ານໆຣູເປຍ ເຊິ່ງເທົ່າກັບ 95% ຂອງເປົ້າໝາຍທີ່ແກ້ໄຂ 1.818,2 ລ້ານໆ ຣູເປຍ. ຂະນະທີ່, ສຳນັກງານພາສີ ແລະ ອາກອນ ລາຍງານວ່າ: ມີລາຍໄດ້ 256,5 ລ້ານໆ ຣູເປຍ ຄິດເປັນ 85,5% ຂອງເປົ້າໝາຍ. ລາຍໄດ້ທີ່ບໍ່ແມ່ນພາສີ ໄດ້ເກີນຄາດການໄວ້ ໂດຍຢູ່ທີ່ 554,5 ລ້ານໆ ຣູເປຍ ເກີນເປົ້າໝາຍ 107,5%.

ສ່ວນການໃຊ້ຈ່າຍແມ່ນຕໍ່າກວ່າປົກກະຕິ ທັງລັດຖະບານກາງ ແລະ ທ້ອງຖິ່ນ ເຊິ່ງການໃຊ້ຈ່າຍສະສົມຂອງກະຊວງ, ໜ່ວຍງານຂອງລັດ ແລະ ລັດຖະບານຂັ້ນທ້ອງຖິ່ນ ມີມູນຄ່າ 2.588,2 ລ້ານໆ ຣູເປຍ ຄິດເປັນ 83% ຂອງແຜນການ.

ລາຍງານຍັງລະບຸວ່າ: ລັດຖະບານ ຍັງມີຄວາມຈໍາເປັນໃນການໃຊ່ຈ່າຍງົບປະມານເພື່ອໃຫ້ບັນລຸເປົ້າໝາຍ ຢ່າງນ້ອຍ 95% ພາຍໃນໝົດປີ 2023.