ເສດຖະກິດກຳປູເຈຍ ຍັງສືບຕໍ່ແຂງແກ່ນທ່າມກາງ ຄວາມຕ້ອງການທົ່ວໂລກອ່ອນແອລົງ

48

ເວບໄຊ https://www.khmertimeskh.com/ ລາຍງານວ່າ: ການເຕີບໂຕທາງເສດຖະກິດຂອງກຳປູເຈຍ ຍັງສືບຕໍ່ແຂງແກ່ນໃນປີ 2023 ເຖິງແມ່ນວ່າຄວາມຕ້ອງການທົ່ວໂລກຈະອ່ອນແອລົງ ແລະ ການຊະລໍຕົວຂອງອະສັງຫາລິມະຊັບ.

ທ່ານ ອຸນ ພຣອນໂມນິໂຣດ (Aun Pornmoniroth) ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍກ່າວວ່າ: ເສດຖະກິດ ຄາດວ່າຈະເຕີບໂຕ 5,6% ໃນປີ 2023 ສົ່ງຜົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງປະເທດມີມູນຄ່າ 32,17 ຕື້ໂດລາ.

ລັດຖະມົນຕີກະຊວງເສດຖະກິດ ແລະ ການເງິນ ກຳປູເຈຍ ກ່າວໃນກອງປະຊຸມຂອງລັດຖະສະພາ ເມື່ອກາງເດືອນພະຈິກຜ່ານມາ ໃນການອະພິປາຍກ່ຽວກັບ ກົດໝາຍງົບປະມານ ວ່າ: ສຳລັບປີ 2024 ເສດຖະກິດຂອງກຳປະເຈຍ ຄາດວ່າຈະບັນລຸອັດຕາການເຕີບໂຕປະມານ 6,6 ເຊິ່ງຈະເຮັດໃຫ້ GDP ເພີ່ມຂຶ້ນເປັນ 35,16 ຕື້ໂດລາ. GDP ຕໍ່ຫົວຄົນຂອງກຳປູເຈຍ ຢູ່ທີ່ປະມານ 1.917 ໂດລາ ໃນປີ 2023 ແລະ ຈະເພີ່ມຂຶ້ນອີກເປັນ 2.071 ໂດລາໃນປີ 2024.

ເສດຖະກິດກຳປູເຈຍສ່ວນໃຫຍ່ ຂຶ້ນຢູ່ກັບການສົ່ງອອກເສື້ອຜ້າ, ເກີບ ແລະ ສິນຄ້າການເດີນທາງ, ການກໍ່ສ້າງ ແລະ ອະສັງຫາລິມະຊັບ, ການທ່ອງທ່ຽວ ແລະ ກະສິກຳ ເຊິ່ງໃນປີ 2024 ຄາດວ່າ ພາກອຸດສາຫະກຳສ່ວນໃຫຍ່ ຈະເປັນເສື້ອຜ້າ ແລະ ການກໍ່ສ້າງ ທີ່ຈະເພີ່ມຂຶ້ນ 8,5%; ໃນຂະນະທີ່ ພາກບໍລິການ ເຊິ່ງສ່ວນໃຫຍ່ເປັນການທ່ອງທ່ຽວ, ການຂົນສົ່ງ, ໂທລະຄົມມະນາຄົມ, ການຄ້າ ແລະ ອະສັງຫາລິມະຊັບ ຈະເພີ່ມຂຶ້ນ 6,9% ແລະ ພາກກະສິກຳ ຈະເພີ່ມຂຶ້ນ 1,1%.

ອັດຕາເງິນເຟີ້ຂອງປະເທດກຳປູເຈຍ ຄາດວ່າຈະຢູ່ທີ່ 2,5% ໃນປີ 2024 ເຊິ່ງເປັນອັດຕາດຽວກັນກັບປີ 2023 ຫາກລາຄານໍ້າມັນໃນຕະຫຼາດຕ່າງປະເທດ ກັບສູ່ພາວະປົກກະຕິ.

ກ່ອນໜ້ານີ້, ທະນາຄານໂລກ ກໍໄດ້ລະບຸໃນທ່າອ່ຽງ ເຄິ່ງປີສຳລັບກຳປູເຈຍ ເມື່ອທ້າຍເດືອນຜ່ານມາວ່າ: ການເຕີບໂຕທາງເສດຖະກິດຂອງປະເທດນີ້ ຄາດວ່າຈະຢູ່ທີ່ 5,4% ໃນປີ 2023 ແລະ 5,8% ໃນປີ 2024 ເຊິ່ງຈາກການຄາດການເພີ່ມຂຶ້ນຂອງການລົງທຶນດ້ານໂຄງລ່າງພື້ນຖານ ແລະ ຜົນປະໂຫຍດຈາກຂໍ້ຕົກລົງການຄ້າລະດັບພາກພື້ນ.