ບັນດາບໍລິສັດຂົນສົ່ງທາງທະເລ ຫຼີກລ່ຽງເດີນທາງຜ່ານທະເລແດງ ກັງວົນຄວາມປອດໄພ

27

ສຳນັກຂ່າວ ຕ່າງປະເທດລາຍງານວ່າ: ບັນດາບໍລິສັດຂົນສົ່ງສິນຄ້າທາງທະເລ ໄດ້ຢຸດຕິການຂົນສົ່ງສິນຄ້າຜ່ານທະເລແດງ ເນື່ອງຈາກມີຄວາມກັງວົນເລື່ອງຄວາມປອດໄພ, ຫຼັງກຸ່ມຕິດອາວຸດຮູຕີ ໃນເຢເມນ ປະກາດ ຈະໂຈມຕີເຮືອບັນທຸກສິນຄ້າທຸກລຳທີ່ຜ່ານນທະເລແດງ.

ທັງນີ້ ທະເລແດງເປັນເສັ້ນທາງຂົນສົ່ງທາງທະເລ ກວມເອົາ 12% ຂອງໂລກ ແລະ ມີປະລິມານການຂົນສົ່ງຕູ້ຄອນເທັນເນີກວມເອົາປະມານ 30% ຂອງໂລກ ມີມູນຄ່າຫຼາຍພັນລ້ານໂດລາໃນແຕ່ລະປີ ໂດຍຂົນສົ່ງສິນຄ້າທຸກປະເພດ ນັບແຕ່ສິນຄ້າທາງຍຸດທະສາດຢ່າງ ນ້ຳມັນ ແລະ ແກັສທຳມະຊາດ ຕະຫຼອດຮອດສິນຄ້າເອເລັກໂຕຣນິກ ແລະ ເຄື່ອງໃຊ້ໃນຊີວິດປະຈຳວັນ.

ການໂຈມຕີເຮືອບັນທຸກສິນຄ້າໃນທະເລແດງຂອງກຸ່ມຕິດອາວຸດຮູຕີ ກຳລັງກາຍເປັນປະເດັນຮ້ອນທາງພູມີລັດຖະສາດ ທີ່ສົ່ງຜົນກະທົບຕໍ່ເສດຖະກິດໂລກສົ່ງທ້າຍປີ 2023 ໃນຂະນະນີ້. ກຸ່ມຮູຕີໄດ້ປະກາດ ເມື່ອວັນທີ 10 ທັນວາຜ່ານມາວ່າ ຈະໂຈມຕີເຮືອບັນທຸກສິນຄ້າທຸກລຳທີ່ແລ່ນຜ່ານທະເລແດງທີ່ມຸ່ງຫນ້າໄປຍັງອິດສະຣາແອນ ໂດຍຈະບໍ່ລະເວັ້ນເຮືອຂອງສັນຊາດໃດ ເພື່ອຕອບໂຕ້ທີ່ອິດສະຣາແອນບຸກໂຈມຕີເມືອງກາຊາຂອງປາເລສຕິນ, ໃນໄລຍະຜ່ານມາ ກຸ່ມຮູຕີອ້າງວ່າ ໄດ້ໂຈມຕີເຮືອບັນທຸກສິນຄ້າຈຳນວນຫນຶ່ງ ເຊັ່ນ: ເຮືອບັນທຸກສິນຄ້າສັນຊາດ ປານາມາ, ນອກແວ ແລະ ປະເທດອື່ນໆອີກ.

ຈາກສະຖານະການດັ່ງກ່າວ ໄດ້ເຮັດໃຫ້ເຮືອບັນທຸກສິນຄ້າ ແລະ ນ້ຳມັນ ຢຸດຕິການເດີນເຮືອຜ່ານທະເລແດງຊົ່ວຄາວ ແລະ ຍິ່ງກາຍເປັນປະເດັນ ເມື່ອບໍລິສັດຂົນສົ່ງທາງເຮືອທີ່ໃຫຍ່ທີ່ສຸດໃນໂລກເກືອບ 10 ບໍລິສັດ ປະກາດຢຸດຕິການຂົນສົ່ງສິນຄ້າຜ່ານທະເລແດງ.

ທັງນີ້ ເສັ້ນທາງເດີນເຮືອຜ່ານທະເລແດງ ຖືວ່າເປັນເສັ້ນທາງການຄ້າຫຼັກລະຫວ່າງ “ອາຊີ-ເອີຣົບ” ຈາກມະຫາສະມຸດອິນເດຍ ໄປທາງຕາເວັນຕົກ ຂຶ້ນທະເລແດງໂດຍຜ່ານຊ່ອງແຄບ “ບັບເອລມັນເດບ” ທີ່ຢູ່ລະຫວ່າງປະເທດ ຈີບູຕິ ແລະ ເຢເມນ ເພື່ອເຊື່ອມຕໍ່ໄປຍັງຄອງຊູເອຊ ປະເທດເອຢິບ, ຫຼັງຈາກນັ້ນຈຶ່ງອອກສູ່ທະເລເມເຕເຣນຽນ ແລ້ວໄປຍັງຈຸດຫມາຍປາຍທາງໃນທະວີບເອີຣົບ. ສຳບລັບທະວີບເອີຣົບ ທະເລແດງຖືວ່າ ເປັນເສັ້ນທາງຫຼັກໃນການຂົນສົ່ງ “ພະລັງງານ” ມາຈາກຕາເວັນອອກກາງ ໂດຍຜ່ານຊ່ອງແຄບ “ຮໍມຸຊ” ອີກດ້ວຍ.