ອ່ອມຫອຍຈູບໃສ່ເຂົ້າເບືອ

50

ຫອຍຈູບ ເປັນຫອຍໜ່ວຍນ້ອຍ ແຕ່ແຊບ ຄົນລາວເຮົານິຍົມເອົາມາຕົ້ມ ຈໍ້າແຈ່ວສົ້ມ, ເອາະ ຫຼື ອ່ອມ, ຂົ້ວ. ມື້ນີ້ພວກເຮົາໄດ້ນຳເອົາວິທີເຮັດອ່ອມຫອຍມາແນະນຳ.

▶ ວັດຖຸດິບ: ຫອຍຈູບ ຂັງໄວ້ 1 ຄືນໃຫ້ຄາຍດິນ ຈາກນັ້ນມາລ້າງສະອາດ ຕ່ອຍກົ້ນມັນ, ຫົວສີໃຄ, ໝາກເຜັດແຫ້ງ, ຫົວຫອມບົ່ວ ແລະ ຫົວຜັກທຽມ, ຜັກຫອມບົ່ວ ຫຼື ຈະໃສ່ຜັກນາງເລີດລົດຊາດກໍແຊບໄປອີກແບບ, ເກືອ, ແປ້ງນົວ, ນໍ້າປາ, ນໍ້າສະອາດ, ເຂົ້າເບືອຕຳລະອຽດ, ນໍ້າມັນພືດ ( ລ້າງຜັກທຸກຢ່າງ ແລະ ຊອຍໄວ້ ).

ไม่มีคำอธิบายรูปภาพ

▶ ວິທີເຮັດ: ຕຳຫົວສີໃຄ, ໝາກເຜັດແຫ້ງ, ຫົວ ຫອມບົ່ວ ແລະ ຫົວຜັກທຽມ ໃຫ້ມຸ່ນລະອຽດ, ຈາກນັ້ນຄ້າງໝໍ້ຂາງຂຶ້ນເຮັດໄຟກາງ ເທນໍ້າມັນພືດລົງແລ້ວຕັກເຄື່ອງທີ່ຕຳລົງໄປຄົນ 3 – 4 ບາດ ໃຫ້ຫອມແລ້ວເອົາຫອຍມາເທລົງ ຄົນໃຫ້ເຂົ້າກັນໜ້ອຍໜຶ່ງແລ້ວກໍຕື່ມນໍ້າລົງເລັກໜ້ອຍ ເພາະຫອຍສຸກໄວ ແລະ ນໍ້າໃນຫອຍຈະອອກມາອີກ. ຈາກນັ້ນກໍປະໃຫ້ໝໍ້ຟົດກໍຄົນແລ້ວເອົາເຂົ້າເບືອລົງໄປ ຄົນໃຫ້ເຂົ້າເບືອສຸກ ( ຫອຍສຸກຝາຈະຫຼຸດອອກ ) ກໍປຸງລົດຊາດຕາມໃຈມັກ ຊີມພໍດີແລ້ວກໍໃສ່ຫອມ ຫຼື ຈະໃສ່ຜັກນາງເລີດລົງໄປຄົນໃຫ້ຫອມສຸກແລ້ວກໍປິດໄຟ ສາມາດຕັກໃສ່ຈານພ້ອມເສີບ.

ໂດຍ: ນົກແຕນແວນ