ສົ່ງເສີມວຽກງານການໂຄສະນາ ໂພຊະນາການ ແມ່-ເດັກທີ່ ແຂວງຊຽງຂວາງ ໂດຍດານຊ່ວຍເຫຼືອຈາກອີຢູ ແລະຢູນີເຊັບ

52

ໃນລະຫວ່າງວັນທີ 18-21 ທັນວາ 2023, ສູນສະຖິຕິ ແລະ ຂໍ້ມູນຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ພ້ອມດ້ວຍບັນດາສື່ມວນຊົນຫຼາຍສຳນັກຂ່າວ ໄດ້ເດີນທາງໄປແຂວງຊຽງຂວາງ ເພື່ອເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຂ່າວ ກ່ຽວກັບ ການຂາດສານອາຫານ ຢ່າງຕໍ່ເນື່ອງ ຂອງເດັກນ້ອຍ ຕ່ຳກວ່າ 5 ປີ.

ກິດຈະກໍານີ້ ເປັນສ່ວນໜຶ່ງຂອງ ການໂຄສະນາ ໂພຊະນາການ ແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ເດັກນ້ອຍ (MIYCFN), ເຊິ່ງເປັນຂໍ້ລິເລີ່ມຮ່ວມກັນລະຫວ່າງ ລັດຖະບານ ສປປ ລາວ, ສະຫະພາບເອີຣົບ(ອີຢູ) ແລະ ອົງການຢູນີເຊັບ. ການລົງເກັບກໍາຂ່າວຄັ້ງນີ້ແມ່ນນຳພາໂດຍ ສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ, ກະຊວງສາທາລະນະສຸກ ໂດຍການສະໜັບສະໜູນຈາກສະຫະພາບເອີລົບ EU ໂດຍຜ່ານອົງການ ຍູນີເຊບ (UNICEF).

No description available.
ອີງຕາມຂໍ້ມູນ ດັດຊະນີໝາຍສັງຄົມລາວ ຄັ້ງທີ III ຫລື LSISII ໃນປີ 2012, ຢູ່ ສປປ ລາວ, ມີຫລາຍກວ່າ 51% ຂອງ ເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ໄດ້ຮັບຜົນກະທົບຈາກການຈະເລີນເຕີບໂຕ ແບບເຕ້ຍໃນແຂວງພາກເໜືອ, ທຽບໃສ່ພາກກາງມີ 38% ແລະ ພາກໃຕ້ 47%. ຄວາມທຸກຍາກ, ການເລືອກວິຖີຊີວິດແບບດັ້ງເດີມ ແລະ ການຂາດຄວາມຮັບຮູ້-ຄວາມເຂົ້າໃຈກ່ຽວກັບໂພຊະນາການທີ່ເຫມາະສົມ ແມ່ນໄດ້ຖືກກ່າວເຖິງວ່າເປັນປັດໄຈປະກອບສ່ວນທີ່ສໍາຄັນ.

ຈຸດປະສົງຂອງການຈັດໃຫ້ສື່ມວນຊົນ ໄປເຄື່ອນໄຫວຢ້ຽມຢາມຊຸມຊົນເພື່ອເກັບກໍາຂໍ້ມູນ ໃນການປະຕິບັດ ແລະ ສິ່ງທ້າທາຍ ກ່ຽວກັບການໃຫ້ອາຫານເດັກອ່ອນຂອງແມ່ ແລະ ໂພຊະນາການລະຫວ່າງແມ່ຍິງ, ຜູ້ເບິ່ງແຍງ, ສະມາຊິກຄອບຄົວ, ຜູ້ນໍາຊຸມຊົນ, ອາສາສະຫມັກສຸຂະພາບຂັ້ນບ້ານ, ພະນັກງານສາທາລະນະສຸກ ແລະ ປັດໄຈອື່ນໆ.

No description available.
ໃນໄລຍະ ການລົງເກັບກຳຂ່າວ ແລະ ເຮັດວຽກຢູ່ແຂວງແຂວງຊຽງຂວາງ, ທີມສື່ມວນຊົນໄດ້ເຂົ້າສຳພາດຕາງໜ້າຈາກພາກສ່ວນກ່ຽວຂ້ອງ ໃນການສົ່ງເສີມ ວຽກງານໂພຊະນາການ ແມ່-ເດັກ ແລະ ການລ້ຽງດູເດັກອ່ອນ ເດັກນ້ອຍ ເປັນຕົ້ນແມ່ນທ່ານຮອງເຈົ້າແຂວງໆຊຽງຂວາງ ທີ່ເປັນປະທານກຳມະການວຽກງານໂພຊະນາການແຫ່ງຊາດ ຂັ້ນແຂວງ,ຫົວໜ້າພະແນກສາທາລະນະສຸກ ແຂວງຊຽງຂວາງ, ສະຫະພັນແມ່ຍິງແຂວງ, ຜູ້ອໍານວຍການໂຮງໝໍ ແຂວງຊຽງຂວາງ, ພະແນກກະສິກຳ ພ້ອມທັງ ອໍານາດການປົກຄອງທ້ອງຖິ່ນ, ແລະ ພໍ່ແມ່ປະຊາຊົນໃນນາມເປັນຜູ້ປົກຄອງ ແລະ ລ້ຽງດູເດັກ.

ນອກນີ້ທີມງານສື່ມວນຊົນຍັງໄດ້ລົງຢ້ຽມຢາມເມືອງຄຳ ແຂວງຊຽງ ເພື່ອເກັບກຳຂ່າວກ່ຽວກັບ ການຈັດຕັ້ງປະຕິບັດວຽກງານໂພຊະນາການ. ພ້ອມສໍາພາດ ທ່ານຫົວໜ້າຫ້ອງການສາທາລະນະສຸກເມືອງ, ຫົວໜ້າໂຮງໝໍເມືອງ, ຫ້ອງການກະສິກຳເມືອງ, ຫ້ອງການສະຫະພັນແມ່ຍິງເມືອງ ພ້ອມດ້ວຍພໍ່ແມ່ ປະຊາຊົນຕື່ມອີກ.

No description available.

ສິ່ງສຳຄັນຂອງວຽກງານໂພສະນາການ
+ໂພຊະນາການທີ່ບໍ່ດີຂອງແມ່-ເດັກ ແລະ ຂາດການເອົາໃຈໃສ່ລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ເປັນສາເຫດທີ່ເຮັດໃຫ້ເດັກຂາດໂພຊະນາການເຊັ່ນ: ແມ່ຍິງບໍ່ໄດ້ກິນອາຫານທີ່ຫຼາກຫຼາຍຢ່າງພຽງພໍໃນລະຫວ່າງການຖືພາ ແລະ ການໃຫ້ນົມລູກ ແລະ ການເຂົ້າເຖິງການດູແລສຸຂະພາບທີ່ຈໍາກັດໂດຍສະເພາະການຝາກທ້ອງ.
+ພ້ອມນີ້ການໃຫ້ລູກດູດນົມທັນທີຫຼັງເກີດ, ການລ້ຽງລູກດ້ວຍນໍ້ານົມແມ່ພຽງຢ່າງດຽວ ແຕ່ເກີດເຖິງອາຍຸ 6 ເດືອນ ແລະ ສືບຕໍ່ໃຫ້ກິນນໍ້ານົມແມ່ໄປຈົນເຖິງອາຍຸ 2 ປີ ຫຼື ຫຼາຍກວ່ານັ້ນ; ການໃຫ້ອາຫານເສີມທີ່ບໍ່ມີຄຸນຄ່າທາງໂພຊະນາການແກ່ເດັກໂດຍສະເພາະເດັກນ້ອຍອາຍຸຕ່ຳກວ່າ 2 ປີ ສົ່ງຜົນກະທົບຕໍ່ການບໍລິໂພກອາຫານທີ່ມີຄຸນນະພາບຕໍ່າ.

No description available.
+ສິ່ງທ້າທາຍທີ່ສໍາຄັນຕໍ່ການລ້ຽງລູກດ້ວຍນໍ້ານົມແມ່ ທີ່ຍັງເຮັດບໍ່ທັນໄດ້ດີ ແລະ ການໃຫ້ອາຫານເສີມແກ່ເດັກນ້ອຍມີຫຼາຍດ້ານໃນນີ້ລວມເຖິງການມີເວລາຈໍາກັດໃນການກະກຽມອາຫານ ແລະ ປ້ອນອາຫານແກ້ເດັກນ້ອຍ ເນື່ອງຈາກຕ້ອງເຮັດວຽກເຮືອນ ແລະ ພໍ່ແມ່ຕ້ອງໄດ້ອອກໄປເຮັດວຽກນອກບ້ານ, ນອກຈາກນັ້ນຍັງໄດ້ຮັບຜົນຈາກຜູ້ສູງອາຍຸ ຫຼື ໝູ່ເເພື່ອນ ກ່ຽວກັບການປະຕິບັດການລ້ຽງລູກດ້ວຍນົມນໍ້າແມ່ທີ່ບໍ່ຖືກຕ້ອງ ລວມທັງຄວາມເຊື້ອ ແລະ ວັດທະນະທໍາທີ່ປະຕິບັດມາດົນນານ.
+ຂາດການໃຫ້ຄໍາປຶກສາກ່ຽວກັບການລ້ຽງລູກດ້ວຍນົມນໍ້າແມ່, ຄວາມເຄີຍຊິນ, ວັດທະນະທໍາ ແລະ ຄວາມນິຍົມ ຫຼື ການເລືອກປະຕິບັດຂອງພໍ່ແມ່ມີຈໍາກັດ ແລະ ຄວາມຫຍຸ້ງຍາກໃນການເຂົ້າເຖິງອາຫານທີ່ມີປະໂຫຍດຕໍ່ສຸຂະພາບເຊັ່ນ: ໄລຍະທາງໄກ ແລະ ຫຍຸ້ງຍາກ, ອາຫານທີ່ມີໂພຊະນາການມີລາຄາແພງ.