ໂຄງການໃຫຍ່! ປູກໝາກແຕງໂມຢູ່ເມືອງວຽງພູຄາ ເປົ້າໝາຍ 26 ເຮັກຕາ

93

ເມື່ອບໍ່ດົນມານີ້ ທີ່ຫ້ອງການແຜນການ ແລະ ການລົງທຶນເມືອງວຽງພູຄາ ແຂວງຫຼວງນໍ້າທາ ໄດ້ເຊັນສັນຍາໂຄງການປູກໝາກແຕງໂມເປັນສິນຄ້າປະຈໍາປີ 2024 ລະຫວ່າງອົງການປົກຄອງເມືອງວຽງພູຄາ ແລະ ບໍລິສັດ ໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສິງທອງ ຕັນສາລີຄຸນ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ, ທ່ານ ນາງ ແສງວອນ ໄຊຍະລີ ອໍານວຍການບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ, ມີຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

No photo description available.
ໃນພິທີໄດ້ຜ່ານສັນຍາ ວ່າດ້ວຍການປູກໝາກແຕງໂມຢູ່ເມືອງວຽງພູຄາ ໂຄງການດັ່ງກ່າວ ຕັ້ງຢູ່ ບ້ານເປົ້າໝາຍພາຍໃນເມືອງວຽງພູຄາ ມີເນື້ອທີ່ການປູກໝາກແຕງໂມທັງໝົດ 280 ເຮັກຕາ, ມີ 26 ບ້ານເປົ້າໝາຍ, ໂດຍເຊົ່າເນື້ອທີ່ການຜະລິດຂອງປະຊາຊົນ ເປັນຕົ້ນເຊົ່າດິນນາ, ດິນສວນ, ດິນເປົ່າວ່າງ, ແລະ ບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກ ຈໍາກັດຜູ້ດຽວ ຕັ້ງຢູ່ບ້ານວຽງສະຫວ່າງ ເມືອງວຽງພູຄາແຂວງຫຼວງນໍ້າທາ ເປັນຜູ້ສະໜອງທຶນໂດຍກົງທັງໝົດ 100% ລວມມີຄ່າເຊົ່າດິນ, ພັນທະອາກອນຕ່າງໆ ແລະ ຄ່າບໍລິການວິຊາການລົງຊຸກຍູ້ຕິດຕາມ, ລົງທຶນທັງໝົດ 20 ຕື້ກີບ ໄລຍະສໍາປະທານ ຂອງໂຄງການແມ່ນຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງເລກທີ 37/ຈມ ລົງວັນທີ 21 ກຸມພາ 2023 ວ່າດ້ວຍການອະນຸມັດໃຫ້ບໍລິສັດໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ສົ່ງເສີມປູກພືດກະສິກໍາເປັນສິນຄ້າ 2 ຊະນິດຄື: ໝາກແຕງໂມ ແລະ ໝາກຖົ່ວເບີ ຢູ່ເມືອງວຽງພູຄາໄລຍະ 5 ປີ 2022- 2023 ແລະ 2026-2027 ອາຍຸສັນຍາຂອງໂຄງການ 1 ປີນັບແຕ່ເດືອນພະຈິກ 2023 ຫາເດືອນ ພຶດສະພາ 2024 ແລະ ເຊັນສັນຍາເປັນປີ.

May be an image of collard greens and watermelon

ພາຍຫຼັງເກັບກູ້ຜົນຜະລິດແລ້ວ ຕ້ອງອະນາໄມພື້ນທີ່ດິນຄືນເຊັ່ນ: ການອະນາໄມ, ສ້ອມແປງຄັນນາ ເກັບມ້ຽນສິ່ງເສດເຫຼືອຕ່າງໆ, ໃຫ້ເຈົ້າຂອງດິນ ກັບບໍລິສັດໄດ້ປຶກສາຫາລືກັນ (ການໃຊ້ຈ່າຍ, ການເກັບມ້ຽນ ຜູ້ລົງທຶນຕ້ອງປະຕິບັດຕາມມາດຕະການດ້ານສິ່ງແວດລ້ອມຢ່າງເຂັ້ມງວດ ບໍ່ໃຫ້ປະສົມຢາ, ຝຸ່ນປຸ໋ຍ ແລະ ຖິ້ມເສດຖົງຢາງ, ປ່ອງຢາລົງສູ່ແມ່ນໍ້າ-ຫ້ວຍນໍ້າຢ່າງເດັດຂາດ, ສ້າງຫ້ອງນໍ້າໃຫ້ພະນັກງານ ແລະ ກໍາມະກອນແຕ່ລະຈຸດຕາມຄວາມເໝາະສົມ ແລະ ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ຈັດຕັ້ງປະຕິບັດໂຄງການ, ຕິດຕາມກວດກາລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການໃຫ້ໄດ້ຮັບຜົນດີ.

May be an image of watermelon

ໂອກາດນີ້ ກໍໄດ້ເຊັນບົດບັນທຶກສັນຍາຮ່ວມກັນ ລະຫ່ວາງ ທ່ານ ສິງທອງ ຕັນສາລິຄຸນ ກໍາມະການພັກເມືອງ ຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ ທ່ານ ນາງ ແສງວອນ ໄຊຍະລີ ອໍານວຍການ ບໍລິສັດ ໂຢປັງເຕັກນິກກະສິກໍາຂາເຂົ້າ-ຂາອອກ ຈໍາກັດຜູ້ດ່ຽວ ແລະ ທ່ານ ບຸນມາ ພິລາວົງ ສະມາຊິກສະພາປະຊາຊົນຂັ້ນແຂວງ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ.

(ຂ່າວ-ພາບ: ສົມພອນ)