ເຊັນສັນຍາວ່າດ້ວຍກອງທຶນຊ່ວຍເຫຼືອທັນທີ ພາຍໃຕ້ໂຄງການຄອບຄົວດຽວກັນ

41

ໃນວັນທີ 13 ທັນວານີ້ ທີ່ໂຮງໝໍມິດຕະພາບໄດ້ຈັດພິທີເຊັນສັນຍາວ່າດ້ວຍກອງທຶນຊ່ວຍເຫຼືອທັນທີ (Immediately Care Fund ICF) ພາຍໃຕ້ໂຄງການຄອບຄົວດຽວກັນ (One Family) ລະຫວ່າງໂຮງໝໍມິດຕະພາບ ແລະ ມູນນິທິຮ່ວມໃຈທໍາ ຮ່ວມລົງນາມໃນຄັ້ງນີ້ມີ ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ແລະ ທ່ານ ສຸວັນນະພອນ ພົມສະຫວັດ ປະທານມູນນິທິຮ່ວມໃຈທຳ, ມີຄະນະອໍານວຍການໂຮງໝໍ, ຄະນະພະແນກການຕ່າງໆ ຕະຫຼອດຮອດພະນັກງານທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

May be an image of 13 people and text
ທ່ານ ສອນໄຊ ລາດຊະວົງ ກ່າວວ່າ: ການລົງນາມໃນຄັ້ງນີ້ຈຸດປະສົງເພື່ອຊ່ວຍເຫຼືອໃນການຈ່າຍຄ່າປິ່ນປົວໃຫ້ໂຮງໝໍແທນກຸ່ມຄົນເຈັບກະທັນຫັນທີ່ບໍ່ຮູ້ສະຕິ, ບໍ່ສາມາດຕິດຕໍ່ຫາຍາດພີ່ນ້ອງ ຫຼື ຄົນຮູ້ຈັກໄດ້ ແລະ ກຸ່ມຄົນເຈັບທີ່ຖືກຢັ້ງຢືນວ່າທຸກຍາກ-ອານາຖາທີ່ເຂົ້າມາປິ່ນປົວໃນໂຮງໝໍມິດຕະພາບ ໂດຍທາງກອງທຶນຈະເປັນຜູ້ຊ່ວຍໃນການສືບຫາຂໍ້ມູນຄວາມຖືກຕ້ອງເປັນຈິງທັງປະສານຫາຍາດພີ່ນ້ອງຄົນເຈັບ, ປະເມີນສະຖານະພາບຂອງຄົນເຈັບວ່າເຂົ້າເງື່ອນໄຂໃນການຈ່າຍຄ່າກວດ-ປິ່ນປົວໃນໄລຍະການເຂົ້າມາຮັບບໍລິການປິ່ນປົວໃນໂຮງໝໍດັ່ງກ່າວ ຊຶ່ງໃນໄລຍະທີ່ຜ່ານມາໂຮງໝໍມິດຕະພາບໄດ້ມີການນະໂຍບາຍຄ່າປິ່ນປົວໃຫ້ຄົນເຈັບທີ່ທຸກຍາກ-ອານາຖາຫຼາຍກວ່າ 150.000.000 ກີບໃນແຕ່ລະປີ.

No photo description available.

ພ້ອມນີ້ມູນນິທິຮ່ວມໃຈທໍາຍັງໄດ້ສ້າງຕັ້ງໂຄງການຄອບຄົວດຽວກັນ ແລະ ໄດ້ມີກອງທຶນຊ່ວຍເຫຼືອທັນທີເພື່ອຊ່ວຍເຫຼືອປະຊາຊົນຜູ້ທີ່ທຸກຍາກ, ຜູ້ທີ່ປະສົບໄພພິບັດຕ່າງໆ, ຜູ້ປ່ວຍທຸກຍາກທີ່ບໍ່ມີເງິນປິ່ນປົວ, ໃຫ້ທຶນການສຶກສາແກ່ເດັກດ້ອຍໂອກາດ, ສົ່ງເສີມພັດທະນາອາຊີບໃຫ້ແກ່ຜູ້ທີ່ບໍ່ມີວຽກເຮັດງານທຳ, ໃຫ້ທີ່ຢູ່ອາໄສແກ່ຜູ້ເລ່ລ່ອນ ແລະ ສົ່ງເສີມຄວາມຮູ້ດ້ານສຸຂະພາບດ້ວຍອາຫານ ເພື່ອສຸຂະພາບ ແລະ ສະໝຸນໄພຈາກທຳມະຊາດ. ພ້ອມ ນີ້ທາງມູນນິທິຮ່ວມໃຈທໍາຍັງເຮັດໜ້າທີ່ເປັນຜູ້ບັນຊາການ (Dispatcher) ປະຈໍາຢູ່ສູນຮັບແຈ້ງເຫດ-ສັ່ງການ (ສູນ CCC) ຕະຫຼອດ 24 ຊົ່ວໂມງ ເພື່ອຮັບສາຍດ່ວນ 1195 ທີ່ປະຊາຊົນໂທແຈ້ງເຫດການສຸກເສີນ ແລະ ສັ່ງການໃຫ້ບັນດາລົດກູ້ໄພອອກຮັບເຫດເພື່ອນຳສົ່ງຜູ້ຖືກເຄາະຮ້າຍໄປຍັງສະຖານທີ່ປິ່ນປົວທີ່ເໝາະສົມຢ່າງທັນເວລາ.

May be an image of 11 people, dais and text

ຫວັງວ່າຈະໄດ້ຮັບການຮ່ວມໃຈປະກອບສ່ວນ ຫຼື ມີສ່ວນຮ່ວມຈາກທຸກໆຄົນໃນສັງຄົມ, ເປັນກະບອກສຽງໃນການລະດົມທຶນທີ່ມີການຈັດຕັ້ງປະຕິບັດທີ່ສາມາດກວດສອບໄດ້ ແລະ ມີຄວາມໂປ່ງໃສໃນການນຳໃຊ້ງົບປະມານຈາກກອງທຶນຊ່ວຍເຫຼືອທັນທີໃຫ້ສາມາດເປັນຂົວເຊື່ອມຕໍ່ຈາກຜູ້ໃຫ້ບໍລິຈາກໄປສູ່ຜູ້ທຸກຍາກດ້ອຍໂອກາດຢ່າງແທ້ຈິງ.

ຂ່າວ-ພາບຈາກ: ປະຊາຊົນ