ອາກຊັງຕິນ ປະກາດຫຼຸດຄ່າເງິນເປໂຊ ລົງ 54%

34

ສຳນັກຂ່າວຕ່າງປະເທດລາຍງານວ່າ ລັດຖະບານອາກຊັງຕິນໄດ້ປັບຫຼຸດຄ່າເງິນເປໂຊລົງ 54%, ພ້ອມທັງປະກາດຫຼຸດການໃຊ້ຈ່າຍທີ່ບໍ່ຈຳເປັນລົງ ຕາມມາດຕະການແຜນຮັດສາຍແອວຄັ້ງໃຫຍ່ຂອງລັດຖະບານພາຍໃຕ້ການນຳຂອງທ່ານ Javier Milei ປະທານາທິບໍດີຄົນໃຫມ່ຂອງອາກຊັງຕິນ, ໃນຂະນະທີ່ IMF ອອກມາສະຫນັບສະຫນູນທັນທີ.

ທ່ານ ຫຼຸຍ ຄາປີໂຕ ລັດຖະມົນຕີກະຊວງເສດຖະກິດຂອງອາກຊັງຕິນ ເປີດເຜີຍເມື່ອວັນທີ 12 ທັນວາຜ່ານມາວ່າ: ຄະນະລັດຖະບານຊຸດໃຫມ່ພາຍໃຕ້ການນຳຂອງປະທານາທິບໍດີ Javier Milei ໄດ້ຫຼຸດອັດຕາແລກປ່ຽນເງິນຕາຢ່າງເປັນທາງການສູ່ລະດັບ 800 ເປໂຊຕໍ່ໂດລາສະຫະລັດ, ຈາກກ່ອນຫນ້ານີ້ຄ່າເງິນເປໂຊຢູ່ທີ່ 366,5 ເປໂຊຕໍ່ໂດລາ.

ລັດຖະມົນຕີກະຊວງເສດຖະກິດອາກຊັງຕິນ ກ່າວອີກວ່າ: ອາກຊັງຕິນຈຳເປັນຕ້ອງແກ້ໄຂບັນຫາການຂາດດຸນງົບປະມານແບບຊຳເຮື້ອມາຢ່າງຍາວນານ, ສຳລັບມາດຕະການຮັດສາຍແອວຢ່າງເຂັ້ມງວດໄດ້ແກ່ ຫຼຸດຈຳນວນກະຊວງລົງເຄິ່ງຫນຶ່ງ ພ້ອມປັບຫຼຸດງົບປະມານທີ່ກະຈາຍໄປຍັງທ້ອງຖິ່ນຕ່າງໆ, ໂຈະຄ່າໃຊ້ຈ່າຍການເຮັດວຽກສາທານະ ພ້ອມທັງປັບຫຼຸດງົບປະມານເງິນອຸດຫນູນໃຫ້ແກ່ຂະແຫນງຂົນສົ່ງ, ໃນຂະນະດຽວກັນກໍກະຕຸ້ນໂຄງການສະຫວັດດີການບາງໂຄງການ.

ໃນຂະນະທີ່ໂຄສົກຂອງກອງທຶນການເງິນລະຫວ່າງປະຫວ່າງປະເທດ (IMF) ໄດ້ອອກມາສະແດງຄວາມຊົມເຊີຍຕໍ່ຄວາມກ້າຫານຂອງລັດຖະບານຊຸດໃໝ່ຂອງອາກຊັງຕິນ, ພ້ອມລະບຸວ່າ “ການດຳເນີນການທີ່ເດັດຂາດຈະຊ່ວຍສ້າງສະຖຽນລະພາບໃຫ້ແກ່ເສດຖະກິດຂອງອາກຊັງຕິນ ເຊິ່ງຈະສ້າງຮາກຖານທີ່ຈະນຳໄປສູ່ການຂະຫຍາຍຕົວທີ່ນຳໂດຍພາກເອກະຊົນ ແລະ ມີຄວາມຍືນຍົງຫຼາຍຂຶ້ນ”.