ຕຳແຈ່ວໜໍ່ແຍ້ ຂົມໆ ຫອມໆ ບ່າຍເຂົ້າໜຽວຮ້ອນໆ

1660

ໜໍ່ແຍ້ ແມ່ນຢູ່ໃນຕະກູນດຽວກັບໜໍ່ຫວາຍ, ໜໍ່ສານ, ໜໍ່ບຸ່ນ ເປັນອາຫານພື້ນເມືອງຂອງລາວເຮົາ, ຄົນລາວນິຍົມນຳໄປປຸງແຕ່ງອາຫານ ເຊັ່ນ: ເອາະ, ແກງ, ອ່ອມ, ແຈ່ວ ເປັນຕົ້ນ. ມື້ນີ້ເຮົາຈະນຳເອົາວິທີເຮັດແຈ່ວໜໍ່ແຍ້ ມານຳສະເໜີ ເພາະນອກຈາກທ່ານຈະໄດ້ກິນແບບແຊບໆຕາມລົດຊາດທີ່ທ່ານມັກແລ້ວ ກໍຈະໄດ້ກິນຫຼາຍແບບຈຸໃຈອີກ.

ไม่มีคำอธิบายรูปภาพ

▶ ວັດຖຸດິບ: ໜໍ່ແຍ້, ໝາກເຜັດດິບ ຫຼື ໝາກເຜັດແຫ້ງ, ເກືອ, ແປ້ງນົວ, ຂ່າ, ຫົວຜັກທຽມ, ຫົວຜັກບົ່ວ, ຫອມປ້ອມ, ຫອມບົ່ວ, ນໍ້າປາ.

ไม่มีคำอธิบายรูปภาพ

▶ວິທີເຮັດ: ນຳໜໍ່ແຍ້ໄປເຜົາໄຟ ( ເຜົາໃຫ້ໄໝ້ດ້ານນອກ ກະວ່າໃຫ້ດ້ານໃນສຸກ ຫຼື ຈະປອກເອົາແຕ່ຍອດອ່ອນແລ້ວມາໜຶ້ງ ຫຼື ຕົ້ມເອົາກໍໄດ້ ) ແລ້ວນຳມາປອກເອົາໜໍ່ອ່ອນດ້ານໃນ. ຈີ່ໝາກເຜັດ, ຫົວຜັກບົ່ວ, ຫົວຜັກທຽມ ແລະ ຂ່າ ( ຂ່າ ສາມາດໃສ່ດິບ ຫຼື ຈະຈີ່ກໍໄດ້ ) ຫຼັງຈາກທຸກຢ່າງສຸກ ແລະ ກຽມພ້ອມໝົດແລ້ວກໍເລີ່ມຕຳໄດ້.

ไม่มีคำอธิบายรูปภาพ

ເລີ່ມຕຳໝາກເຜັກ, ຫົວຜັກທຽມ, ຫົວຜັກບົ່ວ, ຂ່າ ( ຊອຍມຸ່ນ ), ເກືອ, ແປ້ງນົວ. ລະອຽດແລ້ວ ນຳໜໍ່ແຍ້ທີ່ປອກສຳເລັດມາຕັດເປັນຕ່ອນຊໍ່າ 1 – 2 ຂໍ້ມື ແລ້ວຕຳໃຫ້ລະອຽດ ຈາກນັ້ນກໍປຸງລົດຊາດຕາມໃຈມັກ, ຈາກນັ້ນກໍຊອຍຫອມບົ່ວ ແລະ ຫອມປ້ອມລົງກໍຖືວ່າສຳເລັດ ແລະ ພ້ອມເສີບໄດ້.

ไม่มีคำอธิบายรูปภาพ

ໂດຍ: ຄຳນ້ອຍ