ຝຣັ່ງ ອາດຈະປະເຊີນກັບຜົນກະທົບທາງເສດຖະກິດທີ່ຮ້າຍແຮງ

34

ເວບໄຊສຳນັກຂ່າວ BNews.vn ລາຍງານວ່າ: ການລາຍງານຂອງສໍານັກງານຄຸ້ມຄອງພະລັງງານ ແລະ ສິ່ງແວດລ້ອມ (ADEME) ທີ່ເຜີຍແຜ່ເມື່ອວັນທີ 6 ທັນວາ ໄດ້ຄາດຄະເນວ່າ ຝຣັ່ງອາດຈະປະເຊີນກັບຜົນກະທົບທາເສດຖະກິດທີ່ຮ້າຍແຮງຈາກພາວະໂລກຮ້ອນ ຫາກ “ຍັງເມີນເສີຍ” ກັບການປ່ຽນແປງດິນຟ້າອາກາດ.

ການລາຍງານຂອງ ADEME ໃຫ້ລາຍລະອຽດກ່ຽວກັບຜົນທີ່ຕາມມາຂອງການບໍ່ປະຕິບັດຕາມສະພາບອາກາດຕໍ່ເສດຖະກິດຝຣັ່ງ ດັ່ງນັ້ນ ໃນສະຖານະການທີ່ອຸນຫະພູມໂລກເພີ່ມຂຶ້ນເຖິງ 3,5°C ພາຍໃນທົດສະຕະວັດນີ້ ເມື່ອທຽບກັບລະດັບກ່ອນຍຸກອຸດສາຫະກຳ ຫາກບໍ່ມີມາດຕະການໃດທີ່ຈະຊະລໍຄວາມໄວລົງ, ປະມານຄວາມເສຍຫາຍທີ່ກ່ຽວຂ້ອງກັບການປ່ຽນແປງດິນຟ້າອາກາດ ອາດຈະມີຄ່າໃຊ້ຈ່າຍຫຼາຍກວ່າ 10% ຂອງ ລວມຍອດຜະລິດຕະພັນ (GDP) ທຽບກັບສົມມຸດຕິຖານ ທີ່ວ່າໂລກຮ້ອນ ຈະບໍ່ມີຢູ່ຈິງ.

ຈາກການສຶກສາພົບວ່າ: ຕົ້ນທຶນທາງກົງທີ່ເກີດຈາກໄພພິບັດທາງທໍາມະຊາດ ແລະ ການເພີ່ມຂຶ້ນຂອງລະດັບນໍ້າທະເລ ຈະຄິດເປັນ 1% ຂອງ GDP ພາຍໃນປີ 2100.

ນອກເໜືອຈາກສະຖານະການຂອງການບໍ່ປະຕິບັດຕາມ ໂດຍສົມບູນນັ້ນ, ການສຶກສາຍັງລະບຸວ່າ: ຄວາມຈິງທີ່ວ່າໃນແຕ່ລະປີຂອງ ຄວາມຫຼ້າຊ້າ ໃນການຫຼຸດການປ່ອຍແກັສເຮືອນແກ້ວ ຈະເພີ່ມຕົ້ນທຶນໃຫ້ກັບສັງຄົມໂດຍລວມ ຫາກບໍ່ຂະຫຍາຍຄວາມພະຍາຍາມໃນປີ 2030 ຈະສົ່ງຜົນໃຫ້ມີຄ່າໃຊ້ຈ່າຍເພີ່ມຂຶ້ນຢ່າງນ້ອຍ 5% ຂອງ GDP ເພື່ອໃຫ້ບັນລຸສະຖານະການປ່ອຍແກັສສຸດທິ ເປັນສູນ ພາຍໃນແຜນການປັບຕົວ ຕໍ່ການປ່ຽນແປງດິນຟ້າອາກາດ. ແຜນດັ່ງກ່າວ ຈະປະກາດໂດຍລັດຖະບານຝຣັ່ງໃນປີໜ້າ ໂດຍຄໍານຶງເຖິງອຸນຫະພູມທີ່ເພີ່ມຂຶ້ນ 4°C ພາຍໃນໝົດສະຕະວັດນີ້.