ການຍົກເວັ້ນວີຊ່າ ຊ່ວຍກະຕຸ້ນການທ່ອງທ່ຽວຂອງມາເລເຊຍ ແຂງແກ່ນຂຶ້ນ

25

ເວບໄຊ Vtv.vn ລາຍງານວ່າ: ເມື່ອມໍ່ໆນີ້, ມາເລເຊຍ ເລີ່ມຍົກເວັ້ນວີຊ່າ ສຳລັບນັກທ່ອງທ່ຽວທະວິພາຄີກັບຈີນ ໂດຍຄາດວ່າຈະດຶງດູດນັກທ່ອງທ່ຽວ ຈາກປະເທດທີ່ມີປະຊາກອນ 1,4 ຕື້ກວ່າຄົນໄດ້ຫຼາຍຂຶ້ນ.

ນັບແຕ່ຕົ້ນເດືອນທັນວານີ້, ສະໜາມບິນນາໆຊາດກຸລາລໍາເປີ ເລີ່ມຄຶກຄັກຫຼາຍຂຶ້ນ ໂດຍມີນັກທ່ອງທ່ຽວຈາກຈີນເຂົ້າຄິວຍາວຢຽດ ເພື່ອລໍຖ້າຂັ້ນຕອນການກວດຄົນເຂົ້າເມືອງ ເນື່ອງຈາກນະໂຍບາຍຍົກເວັ້ນວີຊ່າ ທີ່ມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ທັນວາ ເຊິ່ງນັກທ່ອງທ່ຽວຊາວຈີນຈໍານວນຫຼາຍ ເບິ່ງມາເລເຊຍ ວ່າເປັນຈຸດໝາຍປາຍທາງທີ່ໜ້າດຶງດູດ.

ລາຍງານລະບຸວ່າ: ນັກທ່ອງທ່ຽວຊາວຈີນ ກ່າວວ່າ ມີນັກຮຽນທີ່ກຳລັງສຶກສາໃນຕ່າງປະເທດ ຕັດສິນໃຈຢູ່ໃນປະເທດມາເລເຊຍ, ລະຫວ່າງການເດີນທາງໄປປະເທດຈີນ “ດ້ວຍການຍົກເວັ້ນວີຊ່າ” ຕົນເອງຈຶ່ງສາມາດສຳຫຼວດຈຸດໝາຍປາຍທາງ ແລະ ຢ້ຽມຊົມມາເລເຊຍ ໄດ້ຢ່າງງ່າຍດາຍ.

ທ່ານ ເອີ້ງ ຊິວ ເຫຍິງ (Ng Chiu Yeung) ຜູ້ຈັດການໂຮງແຮມ ໂອລີຟທຣີ ປີນັງ (Olive Tree Hotel Penang) ໃຫ້ຮູ້ວ່າ: ຕົນເອງ ແລະ ສະມາຄົມການທ່ອງທ່ຽວ ມາເລເຊຍ ເຊື່ອວ່ານະໂຍບາຍນີ້ ຈະນໍານັກທ່ອງທ່ຽວຊາວຈີນຈໍານວນຫຼາຍມາທີ່ນີ້.

ລາຍງານຍັງລະບຸວ່າ: ເຈົ້າໜ້າທີ່ມາເລເຊຍເອງ ກໍຄາດຫວັງວ່ານະໂຍບາຍນີ້ ຈະຊ່ວຍສົ່ງເສີມອຸດສາຫະກຳການທ່ອງທ່ຽວຂອງປະເທດ ໃຫ້ແຂງແກ່ນຍິ່ງຂຶ້ນ, ການຟື້ນຕົວຂອງການທ່ອງທ່ຽວ ຖືໄດ້ວ່າ ມີສ່ວນເຮັດໃຫ້ເສດຖະກິດມາເລເຊຍ ເຕີບໂຕຢ່າງນ່າປະທັບໃຈໃນປີນີ້ ເຖິງແມ່ນວ່າຈະມີຄວາມທ້າທາຍຈາກພາວະເງິນເຟີ້ ແລະ ການສົ່ງອອກທີ່ຊະລໍຕົວລົງກໍຕາມ.