ສ່ອງເບິ່ງ APEC 2023

34

ໃກ້ຈະໝົດປີແລ້ວ ແຕ່ເບິ່ງຄືວ່າເສດຖະກິດໂລກຍັງພົບກັບຜົນກະທົບຫຼາຍຢ່າງເປັນຕົ້ນແມ່ນບັນຫາໄພເງິນເຟີ້, ສິນຄ້າປະເພດສະໜອງອາຫານມີລາຄາແພງ… ຍັງບໍ່ເວົ້າເຖິງຜົນກະທົບຈາກຂໍ້ຂັດແຍ່ງຈົນກາຍເປັນສົງຄາມດຸເດືອດຢູ່ຕາເວັນອອກກາງເຫຼົ່ານີ້ເປັນຕົ້ນ.

ຄົນທັງຫຼາຍຄອງຄອຍ ແລະ ຝາກຄວາມຫວັງໄວ້ນຳກອງປະຊຸມການນຳເວທີເສດຖະກິດໂລກ APEC 2023.

ຜູ້ຂຽນຂໍນຳບັນດາທ່ານ ມາສ່ອງເບິ່ງກອງປະຊຸມນຳກັນຜ່ານບົດວິເຄາະພາຍໃຕ້ຫົວຂໍ້: APEC 2023 ສ້າງອະນາຄົດໃຫ້ຍືນຍົງ.. ຈາກ VOVWORLD ສະບັບອອນລາຍລົງວັນທີ 17 ພະຈິກ 2023 ດັ່ງນີ້:

ກອງປະຊຸມບັນດາການນໍາເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ – ປາຊີຟິກ ( APEC ) ຄັ້ງທີ 30 ພວມຈັດຂຶ້ນຢູ່ San Francisco, ປະເທດອາເມຣິກາ ໃນລະຫວ່າງວັນທີ 15 – 17 ພະຈິກ ໂດຍແມ່ນບ່ອນຊຸກຍູ້ບັນດານະໂຍບາຍເສດຖະກິດພາກພື້ນ ອາ ຊີ – ປາຊີຟິກ, ຍູ້ແຮງການຄ້າ ແລະ ການລົງທຶນເສລີ, ຍຸຕິທໍາ ແລະ ເປີດເຜີຍ, ໃນ APEC 2023 ມີບັນດາຄໍາໝັ້ນສັນຍາຢ່າງແຮງຕາມທິດປ່ຽນແປງ ໃໝ່ກວ່າ, ຊຸກຍູ້ການເຕີບໂຕແບບຍືນຍົງ ແລະ ຮອບດ້ານ, ໃນສະພາບການທີ່ເສດຖະກິດໂລກພວມຕ້ອງຜ່ານຜ່າບັນດາການຜັນແປຫຼາຍຢ່າງ.

ດ້ວຍຫົວຂໍ້ວ່າ “ ສ້າງອະນາຄົດສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຍືນຍົງໃຫ້ແກ່ທຸກໆຄົນ ”, ກອງປະຊຸມມີການເຂົ້າຮ່ວມຂອງບັນດາການນໍາ, ເຈົ້າໜ້າທີ່ລັດຖະບານ, ຜູ້ອໍານວຍການດ້ານບໍລິຫານວິສາຫະກິດ ແລະ ນັກຮຽນ ຮູ້ມາຈາກ 21 ພື້ນຖານເສດຖະກິດສະມາຊິກ APEC, ມຸ່ງໄປເຖິງເປົ້າໝາຍສ້າງພາກພື້ນ APEC ທີ່ມີລັກສະນະ ຮ່ວມສໍາພັນ, ປ່ຽນແປງໃໝ່ ແລະ ກວມລວມກວ່າ.

■ ຈິນຕະນາການໃໝ່, ສ້າງວິທີເຮັດໃໝ່ຕໍ່ບັນດາຄໍາຮຽກຮ້ອງຕ້ອງການໃໝ່

ກອງປະຊຸມໄດ້ດໍາເນີນໃນຈຸດເວລາທີ່ເສດຖະກິດໂລກພວມປະສົບກັບສິ່ງທ້າທາຍຫຼາຍຢ່າງ. ເສດຖະກິດໂລກ ຍັງບໍ່ທັນໄດ້ຟື້ນຟູພາຍຫຼັງໂລກລະບາດໂຄວິດ – 19 ພັດສືບຕໍ່ຖືກຜົນກະທົບຈາກບັນດາການປະທະກັນຢູ່ຫຼາຍພາກພື້ນ ເຮັດໃຫ້ການເຕີບໂຕດ້ານເສດຖະກິດຂອງທົ່ວໂລກຫຼຸດລົງ. ຊ່ອງວ່າງລະຫວ່າງຄວາມຮັ່ງມີ ແລະ ທຸກຍາກເພີ່ມຂຶ້ນ ແລະ ການປ່ຽນແປງຂອງດິນຟ້າອາກາດນັບມື້ໜັກໜ່ວງກວ່າ, ໃນຂະນະນັ້ນ, ທ່າອ່ຽງອາລັກຂາ, ການແບ່ງແຍກເພີ່ມຂຶ້ນຢ່າງແຮງ, ເຖິງວ່າວິທະຍາສາດ – ເຕັກໂນໂລຊີ ພັດທະນາໄວ, ດ້ວຍກໍາລັງການກະທົບກະຈາຍອອກຢ່າງກວ້າງຂວາງທົ່ວໂລກ ແຕ່ຂອບເຂດລະບອບລະບຽບການຍັງຈໍາກັດຢູ່ໃນລະດັບຊາດໂດຍພື້ນຖານ. ການລະດົມແຫຼ່ງກໍາລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງຍັງຈໍາກັດຢູ່.

ບັນດາສິ່ງທ້າທາຍເຫຼົ່ານັ້ນ ຮຽກຮ້ອງໃຫ້ແຕ່ລະພື້ນຖານເສດຖະກິດ ຍາກທີ່ຈະສາມາດແກ້ໄຂເອງໄດ້ ນັ້ນຕ້ອງມີການຮ່ວມມືຢູ່ໃນລະດັບພາກພື້ນ ແລະ ທົ່ວໂລກ. ການເຕີບໂຕເສດຖະກິດອີງໃສ່ການບໍລິໂພກ – ອຸປະໂພກ, ການຂຸດຄົ້ນຊັບພະຍາກອນທໍາມະຊາດ ຕ້ອງປ່ຽນແທນດ້ວຍຮູບແບບເສດຖະກິດໝູນວຽນ, ຍືນຍົງກວ່າ, ການຮ່ວມມືບໍ່ພຽງແຕ່ມຸ່ງໄປເຖິງການຫຼຸດຜ່ອນອາຍພິດ, ຫັນປ່ຽນພະລັງງານສະອາດເທົ່ານັ້ນ, ຫາກຕ້ອງສ້າງເງື່ອນໄຂເພື່ອໃຫ້ທຸກໆພື້ນຖານເສດຖະກິດເປີດກວ້າງຂອບຂະ ໜາດພື້ນຖານເສດຖະກິດ ຮັດແຄບຊ່ອງວ່າງການພັດທະນາ. ພ້ອມກັນນັ້ນ, ຕ້ອງຮັກສາພື້ນຖານເສດຖະກິດໂລກເປີດ, ລົບລ້າງການອາລັກຂາ ແລະ ບັນດາຮົ້ວຂີດຂວາງດ້ານການ ຄ້າ, ສ້າງລະບົບບໍລິຫານເສດຖະກິດທົ່ວໂລກທີ່ໂປ່ງໃສ, ສະເໝີພາບ, ຮັບປະກັນຄວາມດຸ່ນດ່ຽງຜົນປະໂຫຍດຂອງທຸກໆປະເທດສະມາຊິກເຖິງວ່າໃຫຍ່ ຫຼື ນ້ອຍ, ສົມທົບກັນຢ່າງແໜ້ນແຟ້ນເພື່ອເພີ່ມທະວີກໍາລັງ ຄວາມສາມາດຮັບມືກັບບັນດາວິກິດການ.

APEC ຕ້ອງເຮັດແນວໃດເພື່ອສວມບົດບາດປະຈັນບານໃນການປະຕິວັດອຸດສາຫະກໍາ 4.0, ສ້າງບັນດາການກໍານົດ, ມາດຖານລວມ ຕ້ອງອີງໃສ່ລະດັບການພັດທະນາຂອງແຕ່ລະປະເທດ, ຮັບປະກັນໃຫ້ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກຄວາມກ້າວໜ້າດ້ານວິທະຍາສາດ – ເຕັກໂນໂລຊີ. ໄປຄຽງຄູ່ກັນນັ້ນ, ຕ້ອງບຸລິມະສິດ ແຫຼ່ງກໍາລັງໃຫ້ແກ່ບັນດາເປົ້າໝາຍພັດທະນາແບບຍືນຍົງ ແລະ ກວມລວມ. ຄໍາຮຽກຮ້ອງທີ່ຈໍາເປັນແມ່ນຕ້ອງລະດົມ ແລະ ນໍາໃຊ້ບັນດາແຫຼ່ງການເງິນພາກລັດ, ເອກະຊົນໃຫ້ມີປະສິດທິຜົນ.

■ ຫຼາຍສັນຍານຕັ້ງໜ້າຈາກ APEC 2023 ສົ່ງເຖິງໂລກ

ໂດຍໝູນໃຊ້ບົດບາດຂອງ APEC 2023 ດ້ວຍຖານະຄືດັ່ງສູນຫຼໍ່ລ້ຽງບັນດາແນວ ຄວາມຄິດ, ທີ່ກອງປະຊຸມຄັ້ງ ນີ້, ໃນໂຄງການດໍາເນີນງານ, ປະເທດເຈົ້າພາບ ອາເມຣິກາ ໄດ້ວາງເປົ້າໝາຍບຸລິມະສິດ, ສຸມໃສ່ບັນດາບັນຫາເສດຖະກິດ ລວມມີ: ການພັດທະນາແບບຍືນຍົງ, ຫັນປ່ຽນພະລັງງານຍຸຕິທໍາ, ສ້າງພື້ນຖານເສດຖະກິດດີຈີຕອນ, ມອບສິດເສດຖະກິດໃຫ້ແກ່ແມ່ຍິງ, ຫັນການຄ້າເປັນສະດວກ, ຮັບປະກັນ ຄວາມປອດໄພພະລັງງານ, ຄໍ້າປະກັນສະບຽງອາຫານ ແລະ ການແພດ, ຫຼຸດຜ່ອນການປ່ອຍອາຍພິດກາກບອນ… ລັດຖະມົນຕີການຄ້າຂອງ 12 ປະເທດສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ຄວາມກ້າວໜ້າຂ້າມປາຊີຟິກ ( CPTPP ) ກໍເຫັນດີເປັນເອກະພາບເປີດປະຕູໃຫ້ແກ່ບັນດາສະມາຊິກໃໝ່ເຂົ້າຮ່ວມ.

ຈຸດພົ້ນເດັ່ນ ແລະ ໄດ້ຮັບຖືວ່າ ແມ່ນສັນຍານທີ່ຕັ້ງໜ້າທີ່ກອງປະຊຸມ APEC ປີນີ້ແມ່ນການພົບປະລະຫວ່າງການນໍາຂັ້ນສູງສອງປະເທດຈີນ ແລະ ອາເມຣິກາ ໂດຍແມ່ນສອງພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນໂລກ, ການໂອ້ລົມສົນທະນາລະຫວ່າງການນໍາຈີນ ແລະ ອາເມຣິກາ ບັນລຸໄດ້ຄວາມຄືບໜ້າໃນບັນດາບັນຫາ ຄື: ການຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ, ຢາເສບຕິດ, ປັນຍາປະດິດ…, ບໍ່ພຽງແຕ່ໄດ້ກະທົບເຖິງການພັດທະນາໃນອະນາຄົດຂອງສອງຝ່າຍເທົ່ານັ້ນ ຫາກໄດ້ແຜ່ກະຈາຍເຖິງທຸກໆພື້ນຖານເສດຖະກິດໃນພາກພື້ນອາຊີ – ປາຊີຟິກ ແລະ ທົ່ວໂລກອີກດ້ວຍ.

APEC 2023 ກໍແມ່ນບ່ອນດໍາເນີນບັນດາການພົບປະສອງຝ່າຍຄັ້ງຕ່າງໆຂອງບັນດາການນໍາພື້ນຖານເສດຖະກິດສະມາຊິກ ດ້ວຍຫຼາຍຄໍາໝັ້ນສັນຍາຮ່ວມມືລະອຽດ ຄື: ຍີ່ປຸ່ນ – ສ,ເກົາຫຼີ ໄດ້ເຫັນດີເປັນເອກະພາບເປີດບັນດາການໂອ້ລົມສົນທະນາດ້ານເສດຖະກິດຂັ້ນສູງປະຈໍາໄລຍະ ເພື່ອແນໃສ່ຍົກສູງປະສິດທິຜົນຂອງການຮ່ວມມືຢູ່ເສດຖະກິດສີຂຽວ ແລະ ສາທາລະນະສຸກ; ຈີນ ແລະ ຍີ່ປຸ່ນ ເຫັນດີເປັນເອກະພາບສ້າງກົນໄກເຈລະຈາກ່ຽວກັບການຄຸ້ມຄອງການສົ່ງອອກ…

ໃນຕະຫຼອດ 30 ປີຜ່ານມາ, ກົນໄກຮ່ວມມື APEC, ພາກພື້ນ ອາຊີ – ປາຊີຟິກ ໄດ້ກາຍເປັນການເຕີບໂຕສໍາຄັນຂອງເສດຖະກິດໂລກ. ໜຶ່ງໃນບັນດາປັດໄຈພາໄປເຖິງຜົນສໍາເລັດນັ້ນແມ່ນສຸມໃສ່ເຂົ້າບັນດາບັນຫາພັດທະນາເສດຖະກິດ, ຊຸກຍູ້ການຫັນການຄ້າເປັນເສລີ. ກອງປະຊຸມ APEC 2023 ພ້ອມກັບບາງສັນຍານຕັ້ງໜ້າທີ່ບັນລຸໄດ້ໃນເບື້ອງຕົ້ນ, ໄດ້ຊ່ວຍຟື້ນຟູ, ປັບປຸງ ຄວາມໄວ້ເນື້ອເຊື່ອໃຈເຂົ້າໃນການຄ້າເສລີ ແລະ ການລົງທຶນ, ວາງພື້ນຖານໃຫ້ແກ່ບັນດາຂໍ້ຕົກລົງຮ່ວມມືສໍາຄັນໃນໄລຍະທາງໃໝ່, ພ້ອມກັບການມຸ່ງໄປເຖິງເປົ້າໝາຍສ້າງອະນາຄົດທີ່ຍືນຍົງກວ່າ…

ພວກເຮົາມາຕິດຕາມເບິ່ງ AECP 2023 ຈະສົ່ງຜົນແນວໃດ ? ຕໍ່ເສດຖະກິດໂລກ.