ມາເລເຊຍ ຍົກເວັ້ນວີຊ່າໃຫ້ນັກທ່ອງທ່ຽວຈີນ – ອິນເດຍ

25

ສຳນັກຂ່າວຣອຍເຕີລາຍງານວ່າ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ກ່າວວ່າ: ມາເລເຊຍຈະອະນຸຍາດໃຫ້ພົນລະເມືອງຈີນ ແລະ ອິນເດຍເຂົ້າປະເທດໄດ້ໂດຍບໍ່ຈຳເປັນຕ້ອງຂໍວີຊາ ແລະ ສາມາດຢູ່ດົນເຖິງ 30 ວັນ ໂດຍຈະເລີ່ມແຕ່ວັນທີ 1 ທັນວານີ້ ເປັນຕົ້ນໄປ. ໃນຂະນະທີ່ກະຊວງພາຍໃນຂອງມາເລເຊຍໄດ້ອອກຖະແຫຼງການວ່າ ການຍົກເວັ້ນວີຊາດັ່ງກ່າວ ຈະມີຜົນເຖິງວັນທີ 31 ທັນວາ 2024.

ທັງນີ້ ຈີນ ແລະ ອິນເດຍ ເປັນແຫຼ່ງນັກທ່ອງທ່ຽວລາຍໃຫຍ່ ອັນດັບ 4 ແລະ 5 ຂອງມາເລເຊຍ ຕາມລຳດັບ, ໃນຂະນະທີ່ທາງການມາເລເຊຍເປີດເຜີຍວ່າ ນັບແຕ່ເດືອນມັງກອນ-ເດືອນມິຖຸນາ 2023 ມີນັກທ່ອງທ່ຽວເຂົ້າມາເລເຊຍປະມານ 9,16 ລ້ານເທື່ອຄົນ, ໃນນັ້ນ ເປັນນັກທ່ອງທ່ຽວຈີນເກືອບ 5 ແສນຄົນ ແລະ ອິນເດຍເກືອບ 3 ແສນຄົນ ເມື່ອປຽບທຽບກັບຈຳນວນນັກທ່ອງທ່ຽວຈີນ 1,5 ລ້ານຄົນ ແລະ ອິນເດຍ 354.486 ຄົນ ໃນຊ່ວງດຽວກັນຂອງປີ 2019 ກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19.