ສື່ມວນຊົນລາວ-ຈີນ ຈັດກອງປະຊຸມສົນທະນາ ພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ”

30

ກອງປະຊຸມສົນທະນາລະຫວ່າງສື່ມວນຊົນລາວ-ຈີນພາຍໃຕ້ຫົວຂໍ້ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ວັນທີ 20 ພະຈິກ 2023 ໂດຍການເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ລາວ ແລະ ທ່ານ ຫູ ຈິ້ງຈຸ່ນ ຮອງຜູ້ອຳນວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ; ມີບັນດາຫົວໜ້າ-ຮອງບັນນາທິການສື່, ຜູ້ອໍານວຍການ-ຮອງອໍານວການ ຕະຫຼອດຮອດສື່ມວນຊົນມາຈາກຫຼາຍພາກສ່ວນເຂົ້າຮ່ວມ.

ທ່ານ ໂພສີ ແກ້ວມະນີວົງ ກ່າວວ່າ: ການຈັດກອງປະຊຸມສົນທະນາໃນຄັ້ງນີ້ຂຶ້ນ ໂດຍດຳເນີນການແລກປ່ຽນ ແລະ ການຮ່ວມມືຢ່າງເລິກເຊິ່ງໂດຍປິ່ນອ້ອມຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ນັ້ນ ກໍເປັນການຈັດຕັ້ງປະຕິບັດຄວາມຮັບຮູ້ ທີ່ເປັນເອກະພາບກັນລະຫວ່າງຜູ້ນຳສອງປະເທດ ແລະ ສັນຍາລະຫວ່າງສອງພາກສ່ວນພວກເຮົາຢ່າງ ເປັນຮູບປະທຳ. ພວກເຮົາມີຄວາມຫວັງເປັນຢ່າງຍິ່ງວ່າ ບົນພື້ນຖານຈຸດເລີ່ມຕົ້ນທີ່ສູງໃນປັດຈຸບັນ, ຈະໄດ້ລົງເລິກການຮ່ວມມື, ຊົມໃຊ້ຂໍ້ມູນຂ່າວສານຮ່ວມກັນ, ແລກປ່ຽນໃນດ້ານບຸກຄະລາກອນ, ຮັກສາການຕິດຕໍ່ພົວພັນໃນຂົງເຂດຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ ແລະ ໜັງສືພິມເປັນຕົ້ນ.


ທ່ານ ຫູ ຈິ້ງຈຸ່ນ ກ່າວວ່າ: ໃນກອງປະຊຸມສຸດຍອດເວທີປຶກສາຫາລື ການຮ່ວມມື ສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ 3, ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັນລົງນາມໃນ “ແຜນການດຳເນີນການວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳຈີນລາວ”, ສ້າງໂອກາດສຳຄັນໃຫ້ແກ່ການລົງເລິກການຮ່ວມມື ຂົງເຂດ ສື່ມວນຊົນ.

ໃນຖານະເປັນຜູ້ປະກອບການສື່ມວນຊົນໃນຍຸກໃໝ່, ຍິນດີຮ່ວມກັບບັນດາໝູ່ຮ່ວມງານ ແລະ ບັນດາ ເພື່ອນມິດ, ເພີ່ມແຮງຂັບເຄື່ອນໃໝ່ເຂົ້າໃນການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ປະກອບສ່ວນຫຼາຍກວ່າ ເກົ່າເຂົ້າໃນການລົງເລິກສາຍພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຈີນກັບລາວ; ສືບຕໍ່ສ້າງເວທີ ສົນທະນາ ແລະ ແລກປ່ຽນອະລິຍະທຳແບບຂ້າມພາກພື້ນ ແລະ ເຄົາລົບຄວາມແຕກຕ່າງດ້ານອະລິຍະທຳ, ຊຸກຍູ້ການເຊື່ອມໂຍງ ຈິດໃຈປະຊາຊົນ, ຮ່ວມແຮງຮ່ວມໃຈກັນ, ປະກອບສ່ວນເຂົ້າໃນການແລກປ່ຽນອະລິຍະທຳລະຫວ່າງຈີນ ແລະ ລາວ.

ໂອກາດດຽວກັນ ຕົວແທນຂະແໜງການສື່ມວນຊົນທັງສອງຝ່າຍກໍຜັດປ່ຽນກັນຂຶ້ນປະກອບຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ.