ຄວາມຫວັງໃໝ່ຂອງໂລກ

32

ຫາກເພື່ອນຜູ້ອ່ານຕິດຕາມຂ່າວໂລກໃນໄລຍະນີ້ ນອກຈາກເລື່ອງສົງຄາມແລ້ວກໍມີເລື່ອງອື່ນທີ່ຖືວ່າເປັນຄວາມຫວັງໃໝ່ຂອງໂລກນັ້ນຄື: ການພົບປະກັນຂອງຜູ້ນຳປະເທດໃຫຍ່ໃນຂອບເຂດກອງປະຊຸມ APEC.

ຜູ້ຂຽນຢາກໃຫ້ຜູ້ອ່ານກຳໄດ້ເຫດການສຳຄັນຄັ້ງນີ້ ເລີຍນຳເອົາບົດວິເຄາະພາຍໃຕ້ຫົວ ຂໍ້: ..ອາເມຣິກາ – ຈີນ ມານະພະຍາຍາມຮັກສາການພົວພັນເປັນປົກກະຕິ, ຄວບຄຸມການແກ່ງແຍ່ງກັນຢ່າງມີຄວາມຮັບຜິດຊອບ..

ສະບັບລົງວັນທີ 15 ພະຈິກ 2023 ມານຳສະເໜີໃຫ້ຜູ້ອ່ານຮັບຊາບ:

( VOVWORLD ) ໃນຂອບເຂດກອງປະຊຸມບັນດາການນໍາເສດຖະກິດເວທີປາໄສການຮ່ວມມືເສດຖະກິດອາຊີ – ປາຊີຟິກ ( APEC ) ທີ່ໄດ້ດໍາເນີນໃນລະຫວ່າງວັນທີ 15 – 17 ພະຈິກຢູ່ San Francisco ( ອາເມຣິກາ ), ວັນທີ 15 ພະຈິກ, ທ່ານປະທານາທິບໍດີອາເມຣິກາ ໂຈ ໄບເດັນ ໄດ້ພົບປະກັບທ່ານປະທານປະເທດຈີນ ສີຈິ້ນຜິງ, ນີ້ແມ່ນເຫດການສໍາຄັນ, ອາດຈະຊ່ວຍສອງປະເທດມະຫາອໍານາດຮັກສາການພົວພັນເປັນປົກກະຕິ ພາຍຫຼັງປະສົບກັບສິ່ງທ້າທາຍຄວາມຫຍຸ້ງຍາກຫຼາຍຢ່າງ ມຸ່ງໄປເຖິງອະນາຄົດທີ່ແກ່ງແຍ່ງກັນຢ່າງມີຄວາມຮັບຜິດຊອບ.

ການພົບປະກັນລະຫວ່າງທ່ານປະທານາທິບໍດີ ອາເມຣິກາ ໂຈ ໄບເດັນ ແລະ ທ່ານປະທານປະເທດຈີນ ສີຈິ້ນຜິງ ຢູ່San Francisco ນີ້ເປັນຄັ້ງທີ 2 ທີ່ການນໍາສອງປະເທດມະຫາອໍານາດເສດຖະກິດໃຫຍ່ທີ່ສຸດໃນໂລກພົບປະກັນແບບເຊິ່ງໜ້າ ພາຍຫຼັງການພົບປະຄັ້ງທໍາອິດຢູ່ ບາລີ ( ປະເທດອິນໂດເນເຊຍ ) ເນື່ອງໃນໂອກາດກອງປະຊຸມສຸດຍອດ G 20 ທີ່ໄດ້ດໍາເນີນໃນເດືອນພະຈິກ 2022. ໃນສະພາບການພົວພັນອາເມຣິກາ – ຈີນ ພວມຜ່ານຜ່າໄລຍະ ຫຍຸ້ງຍາກທີ່ສຸດໃນຊຸມທົດສະວັດມໍ່ໆມານີ້, ການພົບປະກັນຢູ່ San Francisco ໄດ້ຖືກຕັ້ງ ຄວາມຫວັງວ່າສອງປະເທດຈະຫຼຸດຜ່ອນຄວາມເຄັ່ງຕຶງ, ຮັກສາການພົວພັນເປັນປົກກະຕິ, ສ້າງວິທີການສໍາຜັດໃໝ່ ເພື່ອຄວບຄຸມການພົວພັນສອງຝ່າຍສໍາຄັນທີ່ສຸດໃນໂລກປັດຈຸບັນ ຢ່າງມີຄວາມຮັບຜິດຊອບ.

■ ສະກັດກັ້ນຄວາມສ່ຽງເກີດການປະທະກັນ

ພາຍຫຼັງການພົບປະກັນຄັ້ງທຳອິດລະຫວ່າງທ່ານປະທານາທິບໍດີອາເມຣິກາ ແລະ ທ່ານປະທານປະເທດຈີນ ຢູ່ ບາລີ ( ອິນໂດເນເຊຍ ) ເປັນເວລາ 1 ປີເຕັມ, ການພົວພັນອາເມຣິກາ – ຈີນ ສືບຕໍ່ເຄັ່ງຂຶ້ນໃນຂົງເຂດເກືອບທັງໝົດ. ກ່ຽວກັບເສດຖະກິດ, ອໍານາດການປົກຄອງ ທ່ານປະທານາທິບໍດີ ໂຈ ໄບເດັນ ຍູ້ແຮງການຈັດວາງບັນດາຂໍ້ຈໍາກັດໃນການສົ່ງອອກເຕັກໂນໂລຊີສູງ, ພິເສດແມ່ນ CPU ເຄິ່ງຊັກນໍາ, ພ້ອມທັງ ສ້າງກົນໄກຄວບຄຸມຢ່າງເຄັ່ງຄັດກວ່າຕໍ່ແຫຼ່ງເງິນລົງທຶນຂອງບັນດາ ບໍລິສັດ ອາເມຣິກາ ທີ່ຫຼັ່ງໄຫຼເຂົ້າຈີນ. ເພື່ອໂຕ້ຕອບຝ່າຍຈີນ ກໍໄດ້ວາງອອກບັນດາມາດຕະການຈໍາກັດບາງບໍລິສັດ ອາເມຣິກາ ແລະ ປະຕິບັດການຄວບຄຸມການສົ່ງອອກສໍາລັບວັດຖຸດິບສໍາຄັນຈໍານວນໜຶ່ງ ໃນຂົງເຂດເຕັກໂນໂລຊີ.

ກ່ຽວກັບການເມືອງ ແລະ ການຕ່າງປະເທດ, ເຫດການໜ່ວຍບາລູນຍາມຕົ້ນປີ ເຮັດໃຫ້ການພົບປະສຸດຍອດ ລະຫວ່າງສອງປະເທດ ຕົກເຂົ້າສູ່ສະພາບການຈົນຕາແຈໃນໄລຍະຍາວ. ຕໍ່ຈາກນັ້ນ, ການໂຕ້ຖຽງກັນກ່ຽວກັບການປະທະກັນ ລະຫວ່ງ ຣັດເຊຍ – ອູແກຣນ, ສະພາບຄວາມໝັ້ນຄົງຢູ່ອາຊີຕາເວັນອອກ, ການແກ່ງແຍ່ງກັນທາງດ້ານສົ່ງຜົນສະທ້ອນຢູ່ປາຊີຟິກໃຕ້… ສືບຕໍ່ຍູ້ການພົວພັນ ອາເມຣິກາ – ຈີນ ຕົກເຂົ້າສູ່ສະພາບການວິກິດການ, ຄ່ອຍໆ ກາຍເປັນການສູ້ຢັນກັນ, ເຖິງຢ່າງໃດກໍຕາມ, ບັນດາເຈົ້າໜ້າທີ່ສອງປະເທດ ກໍຮັບຮູ້ໄດ້ ຄວາມອັນຕະລາຍຂອງທ່າອ່ຽງນີ້ໂດຍໄວ. ດັ່ງນັ້ນ ໄດ້ຊຸກຍູ້ບາງຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງ.

ຕາມວົງການນັກສັງເກດການແລ້ວ, ທັງ ອາເມຣິກາ – ຈີນ ລ້ວນແຕ່ເຂົ້າໃຈວ່າການເພີ່ມທະວີຄວາມເຄັ່ງຕຶງ ລະຫວ່າງສອງປະເທດ ຈະກໍ່ຜົນກະທົບຢ່າງຫຍໍ້ທໍ້ຫຼາຍຢ່າງໃຫ້ແກ່ທັງສອງປະເທດ ແລະ ທົ່ວໂລກ. ທ່ານ Jake Sullivan ທີ່ປຶກສາຄວາມໝັ້ນຄົງແຫ່ງຊາດ ອາເມຣິກາ ແບ່ງປັນທັດສະນະນີ້ວ່າ:

ຍາມໃດກໍຈະມີສິ່ງທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້ເກີດຂຶ້ນ, ຍາມໃດກໍຈະມີການຜັນແປ. ຄໍາຖາມຕັ້ງຂຶ້ນນັ້ນແມ່ນ ອາເມຣິກາ ແລະ ຈີນ ອາດຈະສ້າງສາຍຕິດຕໍ່ພົວພັນດ້ວຍຂອບຂະໜາດທີ່ກວ້າງໃຫຍ່ ກວ່າໃຫ້ແກ່ການພົວພັນອາເມຣິກາ – ຈີນໄດ້ ຫຼື ບໍ່, ເຖິງວ່າສິ່ງໃດເກີດຂຶ້ນກໍຕາມ, ແຕ່ພວກເຮົາຍັງຄວບຄຸມການແກ່ງແຍ່ງກັນຢ່າງມີຄວາມຮັບຜິດຊອບ ເພື່ອບໍ່ໃຫ້ມັນກາຍເປັນການປະທະກັນ.

■ ຊອກຫາການຮ່ວມມື

ບັນດາການພົວພັນທາງການທູດທີ່ໜາແໜ້ນໃນຊຸມເດືອນຜ່ານມາ ພວມເສີມຂະຫຍາຍຄຸນປະໂຫຍດຂະນະທີ່ຫວ່າງ ມໍ່ໆມານີ້, ອາເມຣິກາ ແລະ ຈີນ ໄດ້ສົ່ງສັນຍານທີ່ສະແດງໃຫ້ເຫັນວ່າ ສອງປະເທດ ຍັງມີ ຄວາມສາມາດບົ່ມຊ້ອນເພື່ອ ຮ່ວມມື. ກ່ອນການພົບປະກັນລະຫວ່າງທ່ານປະທານາທິບໍດີ ໂຈ ໄບເດັນ ແລະ ທ່ານ ປະທານປະເທດຈີນ ສີຈິ້ນຜິງ, ຕົ້ນອາທິດນີ້ ທ່ານ ນາງ Janet Yellen ລັດຖະມົນຕີກະຊວງການເງິນ ອາເມຣິກາ ແລະ ທ່ານ He Lifeng ( ເຄື້ອຫຼີ ເຟີນ ) ຮອງນາຍົກລັດຖະມົນຕີຈີນ ໄດ້ປຶກສາຫາລື ແລະ ວາງອອກ ຄວາມຮັບຮູ້ລວມ ກ່ຽວກັບບັນດາບັນຫາເສດຖະກິດ – ການເງິນ, ຕາມການຮັບຮູ້ນີ້, ອາເມຣິກາ – ຈີນ ໄດ້ເຫັນດີເປັນເອກະພາບຮັກສາການຕິດຕໍ່ພົວພັນ, ໃຫ້ຄໍາໝັ້ນສັນຍາຮ່ວມມືກັນ ເພື່ອຮັບມືກັບບັນດາບັນຫາທົ່ວໂລກ ຄື: ການປ່ຽນແປງຂອງດິນຟ້າອາກາດ, ໜີ້ຂອງບັນດາປະເທດພວມພັດທະນາ, ພ້ອມທັງແບ່ງປັນເປົ້າໝາຍສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດຢ່າງມີຄວາມສະເໝີພາບໃຫ້ແກ່ວິສາຫະກິດສອງປະເທດ.

ກ່ອນໜ້ານັ້ນ, ໃນອາທິດນີ້ ອາເມຣິກາ ແລະ ຈີນ ກໍໄດ້ເຊື່ອມຕໍ່ທຸກໆຖ້ຽວບິນການຄ້າໂດຍກົງ ລະຫວ່າງສອງປະເທດ, ດ້ວຍຂອບຂະໜາດຄ້າຍຄືກັບໄລຍະກ່ອນເກີດພະຍາດໂຄ ວິດ – 19 ເມື່ອຕົ້ນປີ 2020. ນອກຈາກນັ້ນ, ຢູ່ກອງປະຊຸມ ສຸດຍອດຄວາມປອດໄພທາງປັນຍາປະດິດ ( AI ) ຄັ້ງທໍາອິດ, ທີ່ໄດ້ຈັດຂຶ້ນໃນວັນທີ 8 ພະຈິກ ຢູ່ອັງກິດ, ຈີນ ກໍໄດ້ເຂົ້າຮ່ວມ ແລະ ສະໜັບສະໜູນຖະແຫຼງການ Bletchley ກ່ຽວກັບຄວາມປອດໄພ AI ໂດຍບັນດາປະເທດຝ່າຍຕາເວັນຕົກນໍາສະເໜີ. ທ່ານ ນາງ Fu Ying ( ຝຸ່ອິງ ) ອະດີດຮອງລັດຖະມົນຕີກະຊວງການຕ່າງປະເທດຈີນ ໃຫ້ຮູ້ວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈ ເມື່ອເຫັນການນໍາສອງປະເທດພົບປະກັນຢູ່ San Francisco ແລະ ການພົບປະຄັ້ງນີ້ໄດ້ຕັ້ງຄວາມຫວັງຢູ່ລະດັບສູງທີ່ສຸດ. ຂ້າພະເຈົ້າຫວັງວ່າ ການນໍາສອງທ່ານຈະຕອບສະໜອງໄດ້ຄວາມຄາດຫວັງຂອງທົ່ວໂລກ ນັ້ນແມ່ນຊອກຫາໄດ້ວິທີການເຈລະຈາຢ່າງກົງໄປກົງມາ ເພື່ອຮັກສາການພົວພັນເປັນປົກກະຕິ, ຈາກນັ້ນ ອາດສາມາດສຸມໃສ່ໃຫ້ແກ່ບັນດາບັນຫາທີ່ມີ ຄວາມສໍາຄັນອື່ນໆໃນທົ່ວໂລກ.

ຕາມຖະແຫຼງການຂອງທໍານຽບຂາວ, ອໍານາດການປົກຄອງອາເມຣິກາ ໄດ້ວາງເປົ້າໝາຍທີ່ບັນລຸໄດ້ບັນດາໝາກຜົນລະອຽດຈາກການພົບປະກັນລະຫວ່າງທ່ານປະທານາທິບໍດີ ໂຈ ໄບເດັນ ແລະ ທ່ານປະທານປະທານຈີນ ສີຈິ້ນຜິງ ຄື: ເຮັດແຈ້ງທັດສະນະແກ່ງແຍ່ງກັນ ຢ່າງຂ້ຽວຂາດ ແຕ່ມີຄວາມຮັບຜິດຊອບ, ເຊື່ອມຕໍ່ການຕິດຕໍ່ພົວພັນດ້ານປ້ອງກັນຊາດ, ປຶກສາຫາລືການຄວບຄຸມ AI. ນອກຈາກນັ້ນ, ບາງບັນຫາສາກົນມີ ຄວາມສໍາຄັນ ຄື: ການປະທະກັນຣັດເຊຍ – ອູແກຣນ, ການປະທະກັນ ອິດສະຣາແອນ – ຮາມາສ, ຄວາມໝັ້ນຄົງຢູ່ແຫຼມເກົາຫຼີ… ກໍ່ຖືກນໍາມາປຶກສາຫາລື…

ພວກເຮົາມາຕິດຕາມນຳກັນວ່າເຫດການຈະເປັນໄປຢ່າງໃດ? ໃນອະນາຄົດຂອງການພົວພັນຂອງສອງປະເທດໃຫຍ່.