ປັດໄຈທີ່ບໍ່ຄວນເບິ່ງຂ້າມໃນການເຮັດທຸລະກິດ

51

ອຶດໃຈດຽວກໍເຂົ້າສູ່ໂຄ້ງສຸດທ້າຍຂອງປີ 2023 ແລ້ວ ເຊິ່ງເປັນປີໜຶ່ງທີ່ເຕັມໄປດ້ວຍ ຄວາມທ້າທາຍໃນການດຳເນີນທຸລະກິດ ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງປະເທດ.

ດັ່ງນັ້ນ, ໃນສະພາບຄວາມບໍ່ແນ່ນອນ ແຕ່ຕ້ອງເຮັດທຸກຢ່າງໃຫ້ແນ່ນອນ ຜູ້ບໍລິຫານອົງກອນຕ້ອງກຽມມີແຜນຮອງຮັບ ແລະ ກຽມພ້ອມຢູ່ສະເໝີ ຫາກມີພາຍຸພັດເຂົ້າມາອີກຄັ້ງ ເພື່ອຈະສາມາດນຳພາອົງກອນກ້າວຜ່ານພາຍຸດັ່ງກ່າວ ເຊິ່ງຜູ້ຂຽນຂໍສັງລວມບາງປັດໄຈທີ່ບໍ່ຄວນເບິ່ງຂ້າມ, ທັງນີ້ກໍເພື່ອກຽມຕົວ ແລະ ພ້ອມຮັບມືກັບທຸກສະຖານະການໃນປີ 2024 ທີ່ຈະມາເຖິງຢ່າງເຂັ້ມແຂງ.

1). ເພີ່ມຄວາມອາດສາມາດຂອງການວາງແຜນທຸລະກິດ

ຈາກວິກິດການໂຄວິດ – 19 ສູ່ສະພາບປັ່ນປ່ວນຂອງເສດຖະກິດໂລກ ນັບແຕ່ປີ2022 ຜູ້ບໍລິຫານຈຶ່ງຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການເສີມສ້າງ ຄວາມອາດສາມາດຂອງການວາງແຜນທຸລະກິດ ເພື່ອຮັບມືກັບສະຖານະການຕ່າງໆທີ່ຈະເກີດຂຶ້ນ ທີ່ຈະເຮັດໃຫ້ຜູ້ບໍລິຫານສາມາດເຮັດຕາມຂັ້ນຕອນໄດ້ທັນທີ ເມື່ອເກີດເຫດການຕ່າງໆ. ໃນຂະນະດຽວກັນ ພຶດຕິກຳຂອງລູກຄ້າທີ່ຈະເຂົ້າມາໃຊ້ບໍລິການ ຫຼື ເຂົ້າມາຊື້ສິນຄ້າຂອງເຮົາກໍມີລົດນິຍົມ ແລະ ຮູບແບບທີ່ແຕກຕ່າງກັນ ທ່າມກາງຄວາມຫຍຸ້ງຍາກທາງດ້ານເສດຖະກິດ. ສະນັ້ນ, ຕ້ອງມີການວາງແຜນໃຫ້ຮອບຄອບ ແລະ ມີແຜນສໍາຮອງໃນແຕ່ລະໄລຍະ.

2). ຊອກຫາຄູ່ຮ່ວມງານທີ່ດີ

ການເຮັດທຸລະກິດໃນແຕ່ລະຂະແໜງ ການເລືອກຄົນທີ່ຖະໜັດກັບໜ້າວຽກມາເປັນທີມງານໃນອົງກອນຖືວ່າເປັນສິ່ງທີ່ຈຳເປັນຫຼາຍ ໂດຍສະເພາະຄູ່ຮ່ວມງານທີ່ມີຄວາມຮູ້ – ຄວາມສາມາດ ແລະ ສື່ສານໄດ້ດີນັ້ນ ບໍ່ຄ່ອຍຈະມີຫຼາຍປານໃດ ເພາະຄົນທີ່ເຮັດໄດ້ໃນຫຼາຍໜ້າວຽກຈະເປັນທີ່ຕ້ອງການຂອງຕະຫຼາດແຮງງານ ໃນຫຼັງໂຄວິດ- 19. ດັ່ງນັ້ນການມີຄູ່ຮ່ວມງານທີ່ດີຈະເສີມສ້າງຄວາມເຂັ້ມແຂງໃຫ້ອົງການໄດ້ດີຍິ່ງຂຶ້ນ.

3). ການຂົນສົ່ງ ແລະ ທຶນໝູນວຽນ

ໃນປັດຈຸບັນລະບົບການຂົນສົ່ງຂອງປະເທດ ກໍຄືການເຊື່ອມໂຍງກັບສາກົນ ມີຄວາມສະດວກຫຼາຍດ້ານ ບໍ່ວ່າຈະເປັນລະບົບພາກພື້ນດິນ ແລະ ທາງອາກາດ ໂດຍສະເພາະທາງລົດໄຟ ລາວ – ຈີນ. ສະນັ້ນ, ການເຮັດທຸລະກິດໃນປີ 2022 ກໍຕ້ອງມີການອັບເດດຂໍ້ມູນ – ຂ່າວສານກ່ຽວກັບສະພາບເສັ້ນທາງ, ເສັ້ນທາງຂົນສົ່ງໃໝ່ໆທີ່ເກີດຂຶ້ນ ລວມທັງເສັ້ນທາງຂົນສົ່ງທີ່ຈະເຮັດທຸລະກິດມີຄວາມໄດ້ປ່ຽນ. ຂະນະດຽວກັນ, ທຶນໝູນວຽນໃນການເຮັດທຸລະກິດຈໍາຕ້ອງມີຫຼາຍຊ່ອງທາງ ອາດຈະມີເງິນສົດສຳຮອງ ແລະ ກະແສເງິນທຶນໝູນວຽນກໍຄວນໃຫ້ພຽງພໍໃນສະພາບເສດຖະກິດທີ່ຄາດຄະເນໄດ້ຍາກແບບນີ້.

  1. ການປ່ຽນແປງສູ່ລະບົບດີຈີຕອນ

ປະຕິເສດບໍ່ໄດ້ວ່າຍຸກນີ້ດີຈີຕອນ ຄືຕົວຂັບເຄື່ອນທຸລະກິດໃຫ້ເຂັ້ມແຂງ ຫຼື ອາດເວົ້າໄດ້ວ່າດີຈີຕອນ ຄືທາງລອດຂອງທຸລະກິດ, ດັ່ງນັ້ນຜູ້ບໍລິຫານບໍ່ຄວນມອບຂ້າມ ຫຼື ປະຕິເສດຍຸກສະໄໝ. ການພັດທະນາທຸລະກິດ ສູ່ລະບົບດີຈີຕອນ ຈະເປັນເຄື່ອງມີຊ່ວຍສຳຄັນ ນັບແຕ່ລະບົບການບໍລິຫານ, ການບໍລິການລູກຄ້າ ຕ້ອງນຳໃຊ້ເຕັກໂນໂລຊີເຂົ້າຊ່ວຍ ເພາະຈະປະຢັດທັງເວລາ, ຕົ້ນທຶນ; ທີ່ສຳຄັນ ສາມາດວັດ ແລະ ປະເມີນຜົນໄດ້ ເຊິ່ງກາຍເປັນຄືມືໃນການປະເມີນປະສິດທິຜົນ ແລະ ປະສິດທິພາບຂອງການປະຕິບັດງານໄດ້ດີ.

5). ລະບົບການຊໍາລະ ແລະ ອັດຕາແລກປ່ຽນ

ປີ 2023 ເງິນກີບອ່ອນຄ່າຫຼາຍທຽບໃສ່ສະກຸນເງິນບາດ ແລະ ໂດລາ, ຂະນະທີ່ລະບົບອັດຕາແລກປ່ຽນຢູ່ຫຼາຍປະເທດໃນອາຊຽນ ກໍຄືໃນໂລກມີການຜັນຜວນເຊັ່ນກັນ ຈາກການປັບຂຶ້ນອັດຕາດອກເບ້ຍນະໂຍບາຍຂອງທະນາຄານກາງສະຫະລັດອາເມຣິກາ. ສະນັ້ນ, ເຮົາເປັນຜູ້ປະກອບການຍິ່ງຕ້ອງປະເມີນ ແລະ ວິເຄາະສະຖານະການຢູ່ເລື້ອຍໆ ທັງໃນໄລຍະສັ້ນ ແລະ ໄລຍະຍາວ ລວມທັງຂອດການຊໍາລະສະສາງທີ່ມີຫຼາຍຮູບແບບທັງໃນລະບົບອອນລາຍ ແລະ ອັອຟລາຍ ເພື່ອໃຫ້ເຮົາສາມາດຍາດຕະຫຼາດສ່ວນແບ່ງໄດ້ຫຼາຍທາງ.

6). ສຶກສາສະພາບແວດລ້ອມທາງທຸລະກິດ

ການສຶກສາຄວາມຕ້ອງການຂອງຕະຫຼາດສິນຄ້າ ແລະ ສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການເຮັດທຸລະກິດ ກໍເປັນອີກວິທີການໜຶ່ງທີ່ຈະສາມາດເຮັດໃຫ້ເຮົາທັນເຫດການຂອງສະຖານະການຂອງໂລກ ເປັນຕົ້ນແມ່ນລະບຽບທີ່ກ່ຽວຂ້ອງກັບການຄ້າ, ການລົງທຶນ, ລະບົບພາສີ ແລະ ແນວທາງການສົ່ງເສີມຂອງລັດຖະບານໃຫ້ເຂົ້າໃຈຢ່າງລະອຽດທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ສ່ວນຕະຫຼາດແຮງງານກໍຕ້ອງໄດ້ສຶກສາວິທີການ ແລະ ວັດທະນະທໍາການເຮັດວຽກທີ່ປ່ຽນແປງໄປຫຼາຍພໍສົມຄວນ ຫຼັງຈາກການລະບາດຂອງພະຍາດໂຄວິດ – 19.